ໃນຕອນເຊົ້າຂອງວັນ​ທີ 09 ມີນາ 2022. ຢູ່ທີ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງແບງ ໄດ້ເປີດກອງປະຊຸມ ຊຸກຍູ້ວຽກງານ ແລະ ເຜີຍແຜ່ ນິຕິກຳ ວຽກງານກວດກາຮອບດ້ານ ຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍໃຫ້ກຽດເປັນປະທານ ຂອງທ່ານນາງ ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊີ່ງກອງປະຊຸມດັ່ງກ່າວມີຫົວໜ້າ, ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງແບງ, ມີຫົວໜ້າຂະແໜງ, ຮອງຂະແໜງທີ່ກ່ຽວຂ້ອງພ້ອມດ້ວຍວິຊາການທີ່ມາຈາກພະແນກຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມແຂວງ ແລະ ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງແບງ ເຂົ້າຮ່ວມທັງໝົດ 22 ທ່ານ; ຍິງ 8 ທ່ານ.
ກອງປະຊຸມຄັ້ງນີ້ ທ່ານ ທິດບຸນຄົງ ແກ້ວອຳພອນ ກຳມະການພັກເມືອງ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງແບງ ໄດ້ຂຶ້ນສະຫຼຸບລາຍງານ ສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໃນຂົງເຂດ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ ດ້ານດີ-ດ້ານອ່ອນ ຂໍ້ຄົງຄ້າງ ໃນໄລຍະຜ່ານມາໂດຍສັງເຂບ; ຈາກນັ້ນກອງປະຊຸມ ກໍໄດ້ເຜີຍແຜ່ເອກະສານພ້ອມທັງ ໄດ້ເນັ້ນໜັກ ກ່ຽວກັບການກຳນົດຕຳແໜ່ງງານຕາມເງື່ອນໄຂສະພາບຈຸດພິເສດ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງ. ພ້ອມດຽວກັນນັ້ນກອງປະຊຸມຍັງໄດ້ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານການຕ້ານການສໍ້ລາດບັງຫຼວງ, ການເຄື່ອນໄຫວວຽກກວດກາ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແລະ ແນະນຳການປະຕິບັດນິຕິກຳສະບັບປັບປຸງໃໝ່. ເປັນຕົ້ນແມ່ນວຽກງານ ການຈັດເກັບລາຍຮັບເຂົ້າງົບປະມານ ຂອງຂະແໜງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ກອງປະຊຸມຄັ້ງນີ້ ຍັງເປັນການຈັດຕັ້ງຜັນຂະຫຍາຍທິດທາງ ລວມຂອງຂັ້ນເທິງ ໃນການສ້າງຄວາມເຂັ້ມແຂງໃຫ້ທ້ອງຖິ່ນ ແລະ ກະກຽມເງື່ອນໄຂໃນການມອບວຽກງານຕາມທິດສາມສ້າງ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ຕອນທ້າຍຂອງກອງປະຊຸມ ທ່ານ ນາງ ຄຳໝັນ ແກ້ວບຸນຫວນ ກຳມະການພັກແຂວງ, ຫົວໜ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ໃຫ້ການໂອລົມຕໍ່ພະນັກງານຂັ້ນເມືອງ ແລະ ໄດ້ເນັ້ນໜັກໃນການປະຕິບັດວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນຂອງແຜນການປີ 2022 ໃຫ້ບັນລຸຕາມແຜນທີ່ໄດ້ກຳນົດໄວ້. ພ້ອມທັງກຳນົດຕຳແໜ່ງງານ ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງໃຫ້ລະອຽດຊັດເຈນ ຕາມພາລະບົດບາດ ສະບັບປັບປຸງໃໝ່, ຮຽກຮ້ອງມາຍັງພະນັກງານໃຫ້ພ້ອມກັນຍົກສູງນຳເອົາຂໍ້ມູນຂ່າວສານ-ຂັ້ນຕອນລະບຽບການຂອງການຄຸ້ມຄອງທີ່ດິນ, ຄຸ້ມຄອງສິ່ງແວດລ້ອມ ແລະ ການປະກອບສ່ວນພັນທະຕາມກົດໝາຍ ແລະ ລະບຽບການໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ການປະຕິບັດໜ້າທີ່ການເມືອງໃນຕໍ່ໜ້າໃຫ້ໄດ້ຮັບຜົນດີ.