ວັນທີ 29 ມີນານີ້ ທ່ານນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ໂດຍມີທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ແລະ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ພ້ອມດ້ວຍຄະນະໄດ້ຕິດຕາມເຄື່ອນໄຫວ ໂດຍມີຈຸດປະສົງເພື່ອຊຸກຍູ້-ຊີ້ນຳວຽກງານການອອກໃບຕາດິນ, ການຈັດສັນທີ່ດິນຕາມແລວທາງລົດໄຟລາວ-ຈີນ, ການຄຸ້ມຄອງສິ່ງແວດລ້ອມສຳລັບໂຄງການການພັດທະນາແຮ່ທາດໄລຍະທົດລອງ ແລະ ຊຸກຍູ້-ຊີ້ນຳການປັບປຸງການຈັດຕັ້ງ ແລະ ສ້າງຄວາມເຂັ້ມແຂງຕາມທິດສາມສ້າງ. ໃນນັ້ນໄດ້ມີການລົງເຄື່ອນໄຫວພາກສະໜາມຕິດຕາມ ກວດກາຂອບເຂດແລວເສັ້ນທາງລົດໄຟລາວ-ຈີນ ທີ່ສົ່ງຜົນກະທົບຕໍ່ການຜະລິດຂອງປະຊາຊົນ ແລະ ຂອບເຂດຂອງການພັດທະນາ ທີ່ເຊື່ອມຕໍ່ກັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລະ ໄດ້ລົງເຄື່ອນໄຫວຕິດຕາມກວດກາເບິ່ງການຈັດຕັ້ງດຳເນີນກິດຈະກຳຂອງບໍລິສັດ ຊີເອັນພີ ສຳຫຼວດ ແລະ ຂຸດຄົ້ນບໍ່ແຮ່ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ ທີ່ໄດ້ມີການຂຸດຄົ້ນ ແລະ ຜະລິດແຮ່ເຫຼັກ ຢູ່ຂອບເຂດຂອງເມືອງໄຊ ແລະ ເມືອງຫຼາ ເພື່ອຕິດຕາມສະພາບການຂຸດຄົ້ນ ການຜະລິດ ການສົ່ງອອກ ແລະ ບັນຫາທີ່ປິ່ນອ້ອມກ່ຽວກັບການດຳເນີນກິດຈະກຳ ພ້ອມດຽວກັນກໍ່ເພື່ອກະຕຸກຊຸກຍູ້ໃຫ້ບໍລິສັດໄດ້ດຳເນີນກິດຈະກຳໃຫ້ໄດ້ຮັບຜົນດີ ຖືກຕ້ອງຕາມລະບຽບຫຼັກການ ແລະ ແຜນການທີ່ວາງໄວ້. ມາໃນຕອນບ່າຍຂອງວັນດຽວກັນກໍໄດ້ເປີດກອງປະຊຸມຮ່ວມກັບບັນດາພະແນກການຂັ້ນ ແຂວງ ແລະ 4 ເມືອງ ເມືອງໄຊ, ເມືອງຫຼາ, ເມືອງງາ ແລະ ເມືອງນາໝໍ້ ໃນກອງປະຊຸມກໍ່ໄດ້ຮັບຟັງການລາຍງານຜົນການຈັດຕັ້ງເຄື່ອນໄຫວວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມປະຈຳໄຕມາດ1, ປີ 2022 ໂດຍໄດ້ໃຫ້ຮູ້ເຖິ່ງດ້ານດີ ດ້ານອ່ອນ ຂໍ້ຄົງຄ້າງ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນປະກອບຄຳເຫັນຕາມການເຈາະຈີ້ມຂອງປະທານກອງປະຊຸມເປັນຕົ້ນແມ່ນບັນຫາການອອກໃບຕາດິນ, ການຄຸ້ມຄອງສິ່ງແວດລ້ອມໃນການຂຸດຄົ້ນແຮ່ທາດ ແນ່ໃສ່ເສີມຂະຫຍາຍດ້ານດີ ປັບປຸງແກ້ໄຂບັນຫາທີ່ຄົງຄ້າງ ແລະ ວາງແຜນໃນການເຄື່ອນໄຫວໃຫ້ມີຄວາມສອດຄ່ອງ ແທດເໝາະກັບສະພາບຄວາມເປັນຈິງ.
ກວດແກ້.