ໃນວັນທີ 28 ມີນາ 2022 ຄະນະນຳ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງນໍາໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ, ກຳມະການສູນກາງພັກ, ລັດຖະມົນຕີ ກຊສ ພ້ອມດ້ວຍຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ວຽກງານຂຶ້ນທະບຽນທີ່ດິນຢູ່ເມືອງ ຮຸນ ແຂວງ ອຸດົມໄຊ.
ກອງປະຊຸມໄດ້ຈັດຂຶ້ນ ທີ່ ສະໂມສອນ ເມືອງ ຮຸນ ໂດຍການເປັນປະທ່ານ ຂອງ ນາງ ບຸນຄຳ ວໍລະຈິດ ກຳມະການ ສູນກາງພັກ, ລັດຖະມົນຕີກະຊວງ ກຊສ, ເຂົ້າຮ່ວມຂອງ ທ່ານ ນາງ ຄຳໝັນ ແກ້ວບຸນຫວນ, ກໍາມະການພັກແຂວງ, ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ, ທ່ານ ອິນທາ ລືນາມມະຈັກ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ ເມືອງ ຮຸນພ້ອມດວຍຄະນະ. ນອກຈາກນັ້ນຍັງມີ ຄະນະກົມ ຈາກ ກຊສ ທີ່ລົງຕິດຕາມເຄື່ອນໄຫວການນໍາໃນຄັ້ງນີ້ ປະກອບມີ ຫົວໜ້າຫ້ອງການ, ຫົວໜ້າກົມທີ່ດິນ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າກົມແຜນການ ແລະ ການເງິນ ແລະ ຫົວໜ້າກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຮອງຫົວໜ້າພະແນກ ຊສ ແຂວງ, ຫົວໜ້າຫ້ອງການ ຊສ ເມືອງຮຸນ, ເມືອງແບງ ແລະ ເມືອງປາກແບງ ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງການລົງມາເຄື່ອນໄຫວຊຸກຍູ້ວຽກງານໃນຄັ້ງນີ້ ເວົ້າລວມກໍ່ແມ່ນການຄຸ້ມຄ້ອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮອບດ້ານ, ເວົ້າສະເພາະກໍ່ແມ່ນວຽກງານ ການຂຶ້ນທະບຽນອອກໃບຕາດິນເປັນລະບົບຢູ່ເມືອງ ຮຸນ
ພາຍຫຼັງໄດ້ຮັບຟັງການລາຍງານຂອງທ່ານ ອິນທາ ລືນາມມະຈັກ ເລຂາພັກເມືອງ ເຈົ້າເມືອງ ເມືອງ ຮຸນ ແລະ ທ່ານ ນາງ ກົງທອງ ມະນີວັນ ກຳມະການພັກເມືອງ ຫົວຫນ້າຫ້ອງການ ຊສ ເມືອງແລ້ວ. ທ່ານເຈົ້າເມືອງ, ຮອງເຈົ້າເມືອງ ແລະ ບັນດາຄະນະກົມ ຈາກ ກຊສ, ບັນດາຫ້ອງການທີ່ກ່ຽວຂ້ອງ ກໍ່ໄດ້ຂຶ້ນປະກອບຄຳຄິດຄຳເຫັນໃສ່ກັບບົດລາຍງານເພີ່ມຕື່ມ ສຸດທ້າຍທ່ານລັດຖະມົນຕີກໍ່ໄດ້ມີຄໍາເຫັນຊີ້ນໍາລວມ ພ້ອມທັງສະແດງຄວາມຊົມເຊີຍໃນການຈັດຕັ້ງປະຕິບັດວຽກງານອອກໃບຕາດິນໃນໄລຍະຜ່ານມາ, ຈາກນັ້ນກໍ່ໄດ້ລົງຢ້ຽມຢາມບ້ານເປົ້າໝາຍໂຄງການຂຶ້ນທະບຽນອອກໃບຕາດິນໂດຍສະເພາະແມ່ນ ໂຄງການອອກໃບຕາດິນນາ ຂອງໂຄງການຟາຍນ້ຳງາດຢູ່ບ້ານ ສົມໄຊ ເມືອງ ຮຸນ ແຂວງ ອຸດົມໄຊ.