ໃນຕອນເຊົ້າຂອງວັນທີ 9 ກັນຍາ 2022 ພະ​ແນ​ກຊັບພະຍາກ​ອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມແຂວງ​ ໄດ້ເຊື່ອມຊືມບັບດາມະຕິຂອງພັກ ແລະ ເຜີຍແຜ່ບັນດາເອກະສານຂອງ ພສຊ ເຊິງໄດ້​ຈັດ​ຂື້ນ​ທີ່​ຫ້ອງ​ປະ​ຊຸມ​ຂອງ ພຊສ ​ກອງ​ປະ​ຊຸມ​ໄດ້​ໄຂ​ຂຶ້ນ​ໃນ​ເວ​ລາ 8:00ໂມງ ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີຄະນະພັກຄະນະນຳພະແນກ, ຫົວໜ້າຂະແໜງ ຮອງຂະແໜງ ແລະ ສະມາຊິກພັກ ພະນັກງານ-ລັດຖະກອນ ພາຍໃນ ພຊສ ເຂົ້າຮ່ວມທັງໝົດຈຳນວນ 43 ທ່ານ, ຍິງ 14 ທ່ານ.
ຈຸດ​ປະ​ສົງ
ເພື່ອຈັດຕັ້ງເຊື່ອມຊືມ ແລະ ຜັນຂະຫຍາຍ ບັນດາເນື້ອໃນ ກ່ຽວ​ກັບ​ມະຕິຂອງພັກ ແລະ ເຜີຍແຜ່ບັນດາເອກະສານຂອງແຂວງ, ຂອງ ພສຊ.
ເນື້ອ​ໃນ​
ພາຍຫຼັງໄດ້ກ່າວເປີດກອງປະຊຸມ ປະທານກໍ່ໄດ້ໃຫ້ທິດຊີ້ນໍາ ແລະ ນຳພາດຳເດີນກອງປະຊຸມຕາມເນື້ອໃນດັ່ງນີ້:
1.ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ສະບັບເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020;
2.ຄຳສັ່ງແນະນຳວ່າດ້ວຍການຍົກສຸງວຽກງານການເມືອງ-ແນວຄິດຢູ່ແຂວງອຸດົມໄຊ ສະບັບເລກທີ 202/ຄປພຂ, ລົງວັນທີ 25 ກຸມພາ 2022;
ເຜີຍແຜ່ວຽກງານກ່ຽວຂ້ອງຂອງພະນັກງານ ແລະ ຜົນຂອງການລົງຊຸກຍູ້ຈາກ ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ແລະ ວຽກງານຈໍາເປັນອີກຈໍານວນໜື່ງທີ່ຕິດພັນກັບວຽກງານວິາສະເພາະ.
ຕໍ່ການນຳພາວຽກງານການເມືອງແນວຄິດ ຂອງ ພຊສ ແມ່ນໃນໄລຍະຜ່ານມາກໍ່ໄດ້ເອົາໃຈໃສ່ ປະຕິບັດຢ່າງ ເປັນປົກກະຕິ ແລະ ຕໍ່ເນື່ອງ ເຊິ່ງເຮັດໃຫ້ພະນັກງານມີຫຼັກໝັ້ນ, ມີທັດສະນະທີ່ຖືກຕ້ອງຕໍ່ການນຳພາ ແລະ ເປັນເອກະພາບຕໍ່ແບບແຜນວິທີເຮັດວຽກຂອງຄະນະນຳ ແລະ ການຈັດຕັ້ງ ; ໃນເງື່ອນໄຂປະຈຸບັນ ພສຊ ພວມສຸມໃສ່ການປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງຂັ້ນແຂວງ ແລະ ຂັ້ນເມືອງ ຕາມທິດກະທັດຮັດຈິ່ງມີຄວາມຢ່າງຍິ່ງທີ່ຄະນະພັກ ຄະນະນໍາ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຕ່ລະຂັ້ນຈະໄດ້ຍົກສູງວຽກງານແນວຄິດການເມືອງໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ໃນຂັ້ນຂອງຕົນ ເພື່ອຕອບສະໜອງໃຫ້ກັບໜ້າທີ່ການເມືອງໃນໄລຍະໃໝ່ນີ້. ໂດຍສະເພາະແມ່ນສືບຕໍ່ວຽກງານການເມືອງ-ແນວຄິດ, ການຕິດຕາມສະພາບແນວຄິດຫາງສຽງຂອງພະນັກງານ, ຄວາມບຸກບືນຄວາມທໍຖອຍຂອງພະນັກງານ, ຕິດພັນກັບການຄັດເລືອກຜົນ ງານປະຈຳປີຂອງພະນັກງານ; ສືບຕໍ່ເຮັດວຽກງານການເມືອງແນວຄິດຕໍ່ພະນັກງານໃນການຮັບຜິດຊອບໜ້າທີ່ດ້ານວິຊາສະເພາະຢ່າງເອົາຈິງເອົາຈັງ ເພື່ອໃຫ້ບັນລຸຄາດໝາຍ, ສຸມໃສ່ປະຕິບັດຕາມການມອບໝາຍບໍ່ໃຫ້ມີຂໍ້ອ້າງເມື່ອຖືກລົງເມືອງກໍ່ຕ້ອງໄດ້ລົງ, ຖືກຍົກລະດັບກໍ່ຕ້ອງໄດ້ໄປຕາມການມອບໝາຍຂອງການຈັດຕັ້ງເພື່ອບັນລຸພາລະກິດລວມ.