


ໃນຕອນເຊົ້າຂອງວັນທີ 20 ຕຸລາ 2022 ຢູ່ທີ່ຫ້ອງປະຊຸມ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ໄດ້ເປີດບັ້ນປະເມີນຜົນງານ ຂອງພະນັກງານ-ລັດຖະກອນ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງ, ຮອງຂະແໜງຕະຫຼອດຮອດພະນັກງານ-ລັດຖະກອນທົ່ວພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ນຳເອົາບັນດາເອກະສານຕິດພັນກັບບັ້ນປະເມີນຜົນງານປະຈຳປີ ແລະ ບັນດາເອກະສານສຳຄັນຂອງຊາດ ຂອງແຂວງມາເຜີຍແຜ່ເຊື່ອມຊຶມ ໂດຍການພັດປ່ຽນກັນເຜີຍແຜ່ຂອງຄະນະນຳພະແນກ ແລະ ຂະແໜງຈັດຕັ້ງ-ພະນັກງານ ເປັນຕົ້ນແມ່ນ: ແຈ້ງການພະແນກພາຍໃນ ເລກທີ 713/ພນຂ, ລົງວັນທີ 14 ກັນຍາ 2022 ກ່ຽວກັບການປະເມີນຜົນງານປະຈຳປີ 2022; ແຈ້ງການພະແນກພາຍໃນແຂວງເລກທີ 805/ພນຂ, ລົງວັນທີ 11 ຕຸລາ 2022 ກ່ຽວກັບການຈັດຕັ້ງປະຕິບັດຄຳແນະນຳເລກທີ 939/ອຊ, ລົງວັນທີ 03 ຕຸລາ 2022; ດຳລັດ 300/ລບ, ລົງວັນທີ 13 ກຸມພາ 2017 ວ່າດ້ວຍການປະເມີນຜົນການ ຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ; ຄຳແນະນຳ ເລກທີ 939/ອຊ, ລົງວັນທີ 3 ຕຸລາ 2022 ກ່ຽວກັບ ການປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະ ກອນທີ່ຕິກພັນກັບການແຂ່ງຂັນ ແລະ ຍ້ອງຍໍຂອງທ່ານເຈົ້າແຂວງ; ດຳລັດ ເລກທີ 184/ລບ, ລົງວັນທີ 26 ມິຖຸນາ 2019 ວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ຄຳສັງເຈົ້າແຂວງ ເລກທີ 999/ອຊ ລົງວັນທີ 10 ຕຸລາ 2022 ວ່າດ້ວຍການເພີ່ມທະວີການຈັດຕັ້ງປະຕິບັດຄຸ້ມຄອງພະນັກງານ-ລັດຖະກອນ ແລະ ກຳລັງປະກອບອາວຸດຢູ່ແຂວງອຸດົມໄຊ, ຂໍ້ຕົກລົງຂອງເຈົ້າແຂວງ ເລທີ 940/ອຊ, ລົງວັນທີ 3 ຕຸລາ 2022 ວ່າດ້ວຍການປະສານງານລະຫວ່າງຫ້ອງວ່າການແຂວງ ກັບບັນດາພະແນກການ, ອົງການທຽບເທົ່າຂັ້ນແຂວງ ແລະ ຂັ້ນເມືອງ. ພ້ອມກັນນັ້ນກໍ່ໄດ້ປາຖະກະຖາເອກະສານມູນເຊື້ອວັນປະກາດເອກະລາດ 12 ຕຸລາ ຄົບຮອບ 77 ປີ ເພື່ອໃຫ້ພະນັກງານ-ລັດຖະກອນພາຍໃນ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ກຳແໜ້ນບັນດາເນື້ອໃນສຳຄັນ ແລະ ຂັ້ນຕອນຂອງການປະເມີນລັດ ຖະກອນ ແລະ ມູນເຊື້ອເຫດການປະຫວັດສາດຂອງຊາດ ທັງເປັນການສືກສາອົບຮົມແນວຄິດການເມືອງໃຫ້ພະນັກງານ-ລັດຖະກອນມີຄວາມເຂົ້າໃຈເປັນເອກະພາບຕໍ່ແນວທາງ, ນະໂຍບາຍ ແລະ ທິດຊີ້ນຳຂອງຂັ້ນເທິງ ພ້ອມທັງຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ດຳເນີນບັ້ນປະເມີນຜົນງານປະຈຳປີ 2022 ໃຫ້ສອດຄ່ອງມີປະສິດທິພາບສູງ.
ໃນຕອນທ້າຍຂອງກອງປະຊຸມກໍ່ໄດ້ແບ່ງຈຸ ແລະ ແນະນຳການຂຽນໃບປະເມີນຜົນງານໃຫ້ພະນັກງານ ພ້ອມນັ້ນປະທານກອງປະຊຸມກໍ່ໄດ້ໃຫ້ທິດຊີ້ນຳ ແລະ ໂອ້ລົມຕໍ່ພະນັກງານໃຫ້ມີຄວາມຮັບຜິດຊອບສູງຕໍ່ການປະເມີນຜົນງານຂອງບຸກຄົນ ແລະ ກົມກອງ ໃຫ້ກຳແໜ້ນລະບຽບຫຼັກການ, ຮັກສາຄວາມສາມະຄີ ແລະ ອີງໃສ່ຜົນງານຕົວຈິງທີ່ສາມາດກວດກາວັດແທກໄດ້, ການປະເມີນຜົນງານປະຈຳປີຈະໄດ້ດຳເນີນເປັນເວລາ 2 ວັນ ເລີ່ມແຕ່ວັນທີ່ 20-21 ຕຸລາ 2022 ຈິ່ງຈະສຳເລັດ