ໃນຕອນເຊົ້າເວລາ 8:00 ຂອງວັນທີ 4/11/2022 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີ ສະຫຼຸບບັ້ນຂໍ້ແຊ່ງຂັນ 3 ດີ ປະຈຳປີ 2022 ຂອງສະຫະພັນແມ່ຍິງຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ພາຍໃຕ້ການເປັນປະທານຮ່ວມຂອງຄະນະສະຫັນແມ່ຍິງແຂວງ ແລະ ຄະນະພັກ ພຊສ ໃນນີ້ພິທີດັ່ງກ່າວຍັງໄດ້ຮັບການຢັ້ງຢືນບັ້ນຂໍ້ແຂ່ງ 3 ດີຈາກສະຫະພັນແມ່ຍິງແຂວງປະຈຳປີ 2022 ແລະ ມອບໃບຍ້ອງຍໍ ໃຫ້ສະມາຊິກແມ່ຍິງ ພ້ອມທັງຮັບຮອງແຜນບັ້ນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2023 ຂອງສະຫະພັນແມ່ຍິງຮາກຖານພະແນກຊັບຍາກອນທຳຊາດ ແລະ ສິ່ງແວດລ້ອມແຂວງ