ຕອນເຊົ້າຂອງວັນທີ 10 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງອຸດົມໄຊ ໂດຍການເປັນປະທານ ຂອງສະຫາຍ ນາງ ພອນແກ້ວຍອດມະນີ ເລຂາຊາວໜຸ່ມໜ່ວຍຮາກຖານ ພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມມີສະຫາຍ ຄໍາແບ່ງ ຈັນມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນາງ ຄໍາໝັ້ນ ແກ້ວບຸນຫວນ ເລຂາໜ່ວຍພັກ, ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງອຸດົມໄຊ ແລະ ມີບັນດາແຂກເຊີນຈາກຊາວໜຸ່ມບັນດາພະແນກການອ້ອມຂ້າງ, ມີສະມາຊິກຊາວໜຸ່ມພາຍໃນເຂົ້າຮ່ວມຈຳນວນ 32 ສະຫາຍ, ຍິງ 11 ສະຫາຍ.
ກອງປະຊຸມໄດ້ຜ່ານບົດລາຍງານການເມືອງ ທີ່ສະເໜີໂດຍເລຂາຊາວໜຸ່ມໜ່ວຍຮາກຖານ, ເນື້ອໃນບົດລາຍງານການເມືອງ ແມ່ນໄດ້ຕີລາຄາສູງ ຕໍ່ຜົນສຳເລັດວຽກງານທີ່ຍາດມາໄດ້ ຕະຫຼອດໄລຍະສະໄໝກອງປະຊຸມທີ່ຜ່ານມາ, ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມໃຫ່ຍໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄ້ວາປະກອບຄຳຄິດເຫັນ ຢ່າງກົງໄປກົງມາດ້ວຍບັນຍາກາດຟົດຟື້ນ ແລະ ສໍາເລັດຕາມຈຸດປະສົງທີ່ຄາດໄວ້, ພ້ອມກັນນັ້ນກອງປະຊຸມໄດ້ມີຄວາມເປັນເອກະພາບຮັບຮອງເອົາທິດທາງແຜນການ, ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ.
ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນ ໃນການເຄື່ອນໄຫວຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈໍາປີ 2022 ຈຳນວນ 35 ສະຫາຍ, ຍິງ 11 ສະຫາຍ ໃຫ້ກຽດມອບໂດຍສະຫາຍ ນາງ ຄໍາໝັ້ນ ແກ້ວບຸນຫວນ ເລຂາໜ່ວຍພັກ, ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມແຂວງອຸດົມໄຊ, ມອບໃບຍັ້ງຍືນຮັບຮອງ 4 ບຸກ ແລະ ມອບ-ຮັບ ທຸງໄຊນໍາໜ້າ 4 ບຸກ ສົກປີ ( 2019 - 2021 ) ເປັນກຽດມອບໂດຍ ສະຫາຍ ຄໍາແບ່ງ ຈັນມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ກອງປະຊຸມພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່, ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານເງື່ອນໄຂ ທີ່ກຳນົດໄວ້ ເຊິ່ງມີຜູ້ທີ່ສະມັກເລືອກຕັ້ງທັງໝົດ 5 ສະຫາຍ, ຍິງ 2 ສະຫາຍ, ຜ່ານການປ່ອນບັດຄັດເລືອກຕັ້ງໄດ້ຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ, ກອງປະຊຸມປະຖົມມະລຶກຂອງຄະນະຊາວໜຸ່ມໄດ້ເປັນເອກະສັນ ຢ່າງສົມບຸນ ແລະ ຮັບຮອງເອົາເລຂາ, ຮອງເລຂາ, ປະທານກວດກາ ແລະ ຮອງປະທານກວດກາ ພາຍໃນໜ່ວຍ.
ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ຄໍາແບ່ງ ຈັນມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ໄດ້ຍ້ອງຍໍຊົມເຊີຍຜົນງານໄຊນະ ທິຄະນະໜ່ວຍຊາວໜຸ່ມ ທີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມາ ແລະ ຍັງໄດ້ເໜັ້ນໜັກ ຫຼາຍວຽກງານຄະນະຊາວໜຸ່ມທີ່ຈະຕ້ອງໄດ້ປັບປຸງໃນຕໍ່ໜ້າ ເພື່ອເຮັດໃຫ້ການຈັດຕັ້ງຊາວໜຸ່ມ ມີຄວາມເຂັ້ມແຂງ ແລະ ເປັນທ່າແຮງໃຫ້ຄະນະພັກ ເປັນຕົ້ນ ແມ່ນການສຶກສາອົບຮົມແນວຄິດພາຍໃນໜ່ວຍ ໃຫ້ເປັນປົກກະຕິຕໍ່ເນື່ອງ ແລະ ຕິດພັນກັບການເຮັດວຽກງານວິຊາສະເພາະ, ພ້ອມກັນປະຕິບັດຂໍ້ແຂ່ງ 4 ບຸກ ຂອງຊາວໜຸ່ມ, ເພື່ອຮັບປະກັນການປະເມີນໜ່ວຍ 4 ບຸກປີຕໍ່ໄປ. ເອົາໃຈໃສ່ປະກອບສວນຂະຫບວນການກິລາ, ຂະບວນການຊ່ວຍເຫຼືອສັງຄົມ, ຂະບວນການສ້າງເສດຖະກິດຄອບຄົວດ້ວຍການປູກ, ການລ້ຽງ ຫຼືທຸລະກິດອື່ນໆ ຕາມທ່າແຮງຂອງໃຜລາວ. ນອກຈາກນັ້ນ, ຄະນະໜ່ວຍຊຸດໃໜ ຕ້ອງຊອກຫາວິທີ ການຊອກສ້າງແຫຼ່ງລາຍຮັບເຂົ້າຄັງ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ຊຸກຍູ້ສະມາຊິກຊາວໜຸ່ມໃນໜ່ວຍ ຜູ້ທີ່ເງື່ອນໄຂສ້າງຄອບຄົວໃຫ້ເປັນຕົວແບບຊາວໜຸ່ມໃນຕໍໜ້າ.