ໃນຕອນເຊົ້າຂອງວັນທີ 6 ທັນວາ 2022 ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງອຸດົມໄຊ ໄດ້ຈັດກອງປະຊຸມເປີດບັ້ນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການສ້າງຄວາມທົນທານໃນການປັບຕົວເຂົ້າກັບການປຽນແປງດິນຟ້າອາກາດ ໂດຍອີງໃສ່ລະບົບນິເວດໃນເຂດຕົວເມືອງໄຊ ແຂວງອຸດົມໄຊ ພາຍໃຕ້ການເປັນປະທານໂດຍ ທ່ານ ຄອນສີ ໄຊຍະມອນ ຮອງຫົວໜ້າ ພະແນກຊັບພະຍາກອນທະມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ແລະ ມີຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງລວມ 41 ທ່ານ, ຍິງ 9 ທ່ານ