ໃນຕອນເຊົ້າ ຂອງວັນທີ 9 ທັນວາ 2022 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ໄດ້ຈັດພິທີ ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ແລະເອກະສານສຳຄັນຕ່າງໆຂອງແຂວງຈຳນວນໜຶ່ງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສີສຸກ ປະດີຈິດ ຄະນະພັກ, ຮອງຫົວໜ້າ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ມີບັນດາທ່ານຫົວໜ້າ-ຮອງຂະແໜງ ແລະ ວິຊາການພາຍໃນພະແນກ ເຂົ້າຮ່ວມຈຳນວນ 27 ທ່ານ, ຍິງ 6 ທ່ານ.