ໃນຕອນບ່າຍຂອງວັນທີ 21 ທັນວາ 2022 ທີ່ຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງໄດ້ຈັດພິທີມອບ-ຮັບຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຜູ້ເກົ່າ ແລະ ຜູ້ໃໝ່ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຄໍາພຽງ ຢາຈົງວາ ຮອງເລຂາຄະນະບໍລິຫານພັກແຂວງ ແລະ ທ່ານ ນາງ ທອງຈັນ ອະຂະມາເຂດ ຄະນະປະຈໍາພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີບັນດາທ່ານແຂກເຊີນອ້ອມຂ້າງແຂວງ, ມີບັນດາທ່ານຫົວໜ້າຫ້ອງການ ຊສ ເມືອງ 7 ເມືອງ ພ້ອມດ້ວຍຫົວໜ້າຂະແໜງ, ຮອງຂະແໜງພາຍໃນ ພຊສ ແຂວງ ເຂົ້າຮ່ວມທັງໝົດ 30 ທ່ານ ຍິງ 9 ທ່ານ;
ພາຍຫຼັງຄະນະຈັດຕັ້ງພິທີ ຂື້ນກ່າວຈຸດປະສົງ ແລະ ສະເໜີແຂກເຊີນເຂົ້າຮ່ວມ ຄະນະຈັດຕັ້ງແຂວງໄດ້ຂື້ນຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການສັບຊ້ອນ ແລະ ຂໍ້ຕົກລົງຍົກຍ້າຍ ທ່ານ ນາງ ຄໍາໝັ້ນ ແກ້ວບຸນຫວນ ໄປຮັບໜ້າທີ່ບ່ອນໃໝ່ຢູ່ຫ້ອງວ່າການເມືອງຮຸນ, ຜ່ານຂໍ້ລົງຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ ທ່ານ ສົມດີ ເຕັງເບຼຍຈື ເປັນວ່າການຫົວໜ້າ ພຊສ ແຂວງ ພ້ອມບົ່ງຕົວແຕ່ງຕັ້ງ ສະຫາຍ ເປັນເລຂາໜ່ວຍພັກ ພຊສ ແຂວງຜູ້ໃໝ່
ໃນພິທີ ທ່ານ ນາງ ຄໍາໝັ້ນ ແກ້ວບຸນຫວນ ອາອີດຫົວໜ້າ ພຊສ ໄດ້ຂື້ນຜ່ານບົດບັນທຶກວ່າດ້ວຍການຊີ້ນໍາ-ນໍາພາວຽກງານ ໃນຂອບເຂດຄວາມຮັບຜິດຊອບຂອງຕົນໃນໄລຍະຜ່ານມາ ທັງນີ້ກໍ່ເພື່ອມອບໃຫ້ທ່ານ ສົມດີ ເຕັງເບຼຍຈື ຫົວໜ້າ ພຊສ ຜູ້ໃໝ່ ເປັນຜູ້ຮັບຊ່ວງຕໍ່. ຜ່ານການຮັບຟັງບົດບັນທຶກດັ່ງກ່າວ ທັງສອງທ່ານແມ່ນໄດ້ເຫັນດີເປັນເອກະພາບຕາມບົດບັນທຶກ, ພ້ອມກັນເຊັນບົດບັນທຶກ ແລະ ມອບ-ຮັບກັນ ໂດຍຊ່ອງໜ້າ ແລະ ເປັນສັກຂີພິຍານ ຂອງປະທານກອງປະຊຸມ, ແຂກເຊີນທີ່ເຂົ້າຮ່ວມກອງປະຊຸມ.