ໃນ​ຕອນເຊົ້າ ​ເວ​ລາ 8 ໂມງ 00 ນາ​ທີ​, ຂອງວັນ​ທີ 27 ມັງກອນ 2023 ທີ່​ຫ້ອງ​ປະ​ຊຸມ​ພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້​ດຳ​ເນີນ​ກອງປະຊຸມດຳເນີນຊີ​ວິດການເມືອງພາຍໃນ​​ໜ່ວຍ​ພັກ​, 03 ເດືອນ ທ້າຍປີ 2023 ແລະ ວາງທິດທາງແຜນການ 3 ເດືອນ ຕົ້ນປີ 2023 ຂຶ້ນນໍາພາໂດຍສະ​ຫາຍ​ ສົມດີ ເຕັ່ງເບຼຍຈື​. ກໍາມະການພັກແຂວງ​, ເລ​ຂາ​ໜ່ວຍ​ພັກ, ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຮອງເລຂາໜ່ວຍພັກ, ​ຄະ​ນ​ະພັກ, ປະທານ, ຮອງປະ ທານກວດກາພັກ, ສະ​ມາ​ຊິກ​ພັກ​ເຂົ້າ​ຮ່ວມ​ຈຳນວນ 34 ສະຫາຍ, ຍິງ 10 ສະຫາຍ, ຂາດ 06 ສະຫາຍ, ຍິງ 03 ສະຫາຍ, ເຫດຜົນ: ລາພັກປະຈຳປີ 03 ສະຫາຍ, ຄອບມີວຽກຄອບຄົວ 01 ສະຫາຍ ແລະ ເຂົ້າຮ່ວມກອງປະຊຸມ ທລຍ ປະຈຳປີ 01 ສະຫາຍ.
ຈຸດປະສົງ:
1.ເຜີຍແຜ່ເອກະສານມູນເຊື່ອວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ເນື່ອງໃນໂອກາດວັນວັນສ້າງຕັ້ງກອງທັບ
ປະຊາຊົນປະຕິວັດລາວຄົບຮອບ 74 ປີ.
2. ສະຫຼຸບຕີລາຄາການຊີ້ນຳ-ນຳພາການເຄື່ອນໄຫວວຽກງານຈັດຕັ້ງປະຕິບັດຂອງໜ່ວຍພັກໃນໄລຍະ 03 ເດືອນ ທ້າຍປີ 2022 ແລະ ວາງທິດທາງແຜນການ 3 ເດືອນ ຕົ້ນປີ 2023.
ຫຼັງຈາກມີການຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ໄດ້ປິດລົງຢ່າງມີຄວາມໝາຍຄວາມສຳຄັນ.