ໃນເວລາ 13:30 ໂມງ ຂອງວັນທີ 27 ມັງການ 2023 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີເລົ່າມູນເຊື້້ອວັນສ້າງຕັ້ງກຳມະບານລາວຄົບຮອບ 67 ປີ ປີ (1 ກຸມພາ 1956-1 ກຸມພາ 2023); ,ຂຶ້ນຢ່າງເປັນທາງການໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄອນສີ ໄຊຍະມອນ ຮອງເລຂາໜ່ວຍພັກ, ຮອງປະທານກຳມະບານຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ສະມາຊິກກຳມະບານພາຍໃນເຂົ້າຮ່ວມທັງໝົດ 31 ສະຫາຍ, ຍິງ 9 ສະຫາຍ, ພິທີດັ່ງກ່າວໄດ້ດຳເນີນໄປຕາມວາລະດັ່ງນີ້:
ຄະນະຈັດຕັ້ງກອງປະຊຸມໄດ້ຂຶ້ນສະເໜີຈຸດປະສົງ, ພ້ອມທັງຜ່ານມະຕິຕົກລົງຂອງເລຂາໜ່ວຍພັກ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມເປີດກອງປະຊຸມໃຫ່ຍຂອງກຳມະບານຮາກຖານ ພຊສ ຄັ້ງທີ III;
ກອງປະຊຸມໄດ້ຮັບຟັງການເລົ່າມູນເຊື້ອວັນສ້າງຕັ້ງກຳມະບານລາວຄົບຮອບ 67 ປີ ໂດຍ ສະຫາຍ ຄອນສີ ໄຊຍະມອນ ຮອງເລຂາໜ່ວຍພັກ, ຮອງປະທານກຳມະບານຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊິ່ງສະແດງອອກໃຫ້ເຫັນປະຫວັດຄວາມເປັນມາ, ການກຳເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວ ຂອງອົງການຈັດຕັ້ງກຳມະບານລາວ;
ພະແນກໄດ້ດຳເນີນການທາບທາມຄັດເລືອເອົາບຸກຄະລະກອນເພືອສະໝັກເຂົ້າເປັນຄະນະກຳມະບານຊຸດໃໝ່ ຄັ້ງທີ III ກຳມະບານ ພຊສ ເຊິ່ງປະກອບມີຜູ້ສະໝັກທັງໝົດ 17 ສະຫາຍ, ຍິງ 4 ສະຫາຍ ,ຄັດເລືອກໄດ້ 10 ສະຫາຍ, ຍິງ 2 ສະຫາຍ, ສົ່ງໃຫ້ຄະນະພັກຄົ້ນຄວ້າຄັດເລືອກ 7 ສະຫາຍເພືອສະເໜີຕໍ່ສະຫະພັນກຳມະບານແຂວງຄົ້ນຄວ້າ.