ກອງປະຊຸມໃຫຍ່ ຄັ້ງທີ II ຂອງຫນ່ວຍພັກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ຕອນເຊົ້າວັນທີ 19 ພະຈິກ 2021 ທີ່ຫ້ອງປະຊຸມ ຂອງຕົນ ໂດຍການເຂົ້າຮ່ວມຂອງສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ,ມີສະຫາຍນາງ ຄຳຫມັ້ນ ແກ້ວບຸນຫວນ ກຳມະການພັກແຂວງ,ເລຂາຫນ່ວຍພັກ,ຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,ມີຄະນະພັກ,ຄະນະພະແນກ ຕະຫລອດຮອດສະມາຊິກພັກພາຍໃນພະແນກ ແລະ ຄະນະຮັບຜິດຊອບ ກອງປະຊຸມໃຫຍ່ຂັ້ນແຂວງ,ຂັ້ນຮາກຖານ ແລະ ຂັ້ນຫນ່ວຍພັກເຂົ້າຮ່ວມ.
ໃນກອງປະໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງ ທັງສອງພາກ ສະຫຼຸບຕີລາຄາ ຜົນການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ I ຂອງຫນ່ວຍພັກ ແຕ່ປີ 2013-2021 ແລະ ທິດທາງແຜນການ 5 ປີຕໍ່ ຫນ້າ 2022-2026. ໃນຕະຫລອດໄລຍະ 9 ປີຜ່ານມາ ພາຍໃຕ້ ການຊີ້ນໍາ ນໍາພາຂອງຄະນະພັກ,ຄະນະພະແນກ ເຮັດໃຫ້ ຫນ່ວຍພັກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສາມາດຍາດໄດ້ຜົນສຳເລັດ ແລະ ພັດທະນາວຽກງານ ແຕ່ລະດ້ານ ຕາມລະດັບຄາດຫມາຍ ເປັນຕົ້ນແມ່ນ ວຽກງານດ້ານການເມືອງ - ແນວຄິດ ແລະ ປ້ອງກັນຄວາມສະຫງົບ,ວຽກງານວິຊາສະເພາະ,ວຽກງານພັກ-ພະນັກງານ ແລະ ນະໂຍບາຍ ແກ້ໄຂຊີວິດການເປັນຢູ່,ວຽກງານອົງການຈັດຕັ້ງມະຫາຊົນ,ວຽກງານປັບປຸງ -ກໍ່ສ້າງພັກ ແລະ ວຽກງານກວດກາ. ເພື່ອປະຕິບັດຕາມລະບຽບການຂອງພັກ ກອງປະຊຸມ ໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃຫມ່. ເຊິ່ງຜູ້ທີ່ມີມາດຖານເງື່ອນໄຂ ແລະ ອອກຮັບສະຫມັກ ທັງຫມົດ 7 ສະຫາຍ ໃນນັ້ນ ເລືອກເອົາ 5 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ປະຊາມະຕິ ຮັບຮອງເອົາຜົນການເລືອກຕັ້ງ ຄະນະພັກຊຸດໃຫມ່ ປະກອບມີ: ສະຫາຍ ນາງຄຳຫມັ້ນ ແກ້ວບຸນຫວນ ເປັນເລຂາຫນ່ວຍພັກ,ສະຫາຍ ຄອນສີ ໄຊຍະມອນ ເປັນຮອງ ເລຂາຫນ່ວຍພັກ ທັງເປັນປະທານກວດກາ ແລະ ອີກ 3 ສະຫາຍ ເປັນຄະ ນະ ພ້ອມທັງ ຄັດເລືອກເອົາ ອີກ 2 ສະຫາຍ ເປັນຄະນະ ກວດກາ.
ໂອກາດດັ່ງກ່າວ ສະຫາຍ ຄໍາພຽງ ຢາຈົງວາ ຮອງເລຂາພັກແຂວງ ໄດ້ມີຄໍາເຫັນ ໂອ້ລົມ ຕໍ່ກອງປະຊຸມ ເຊິ່ງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ທີ່ຫນ່ວຍພັກພະແນກ ຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ ພ້ອມທັງ ເນັ້ນຫນັກໃຫ້ຄະນະພັກຊຸດໃຫມ່ ສືບຕໍ່ຊີ້ນຳ - ນໍາພາ ສະມາຊິກພັກ ພາຍໃນຫນ່ວຍຂອງຕົນເອົາໃຈໃສ່ປະຕິບັດຫນ້າທີ່ ແລະ ຄວາມຮັບຜິດຊອບ ຕາມພາລະບົດບາດ ແລະ ການມອບຫມາຍ ຢ່າງສຸດຄວາມສາ ມາດ ແລະມີຜົນສຳເລັດອັນໃຫ່ມຍິ່ງໃຫ່ຍກວ່າເກົ່າ.