ກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບ ຜົນການກວດກາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2019 ທີ່ ຫ້ອງປະຊຸມ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນຳຄະນະສະເພາະກິດເພື່ອດຳເນີນການກວດກາ 438 ໂຄງການ ແລະ ການເຂົ້າຮ່ວມຂອງ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຄະນະສະເພາະກິດ, ບັນດາທ່ານຮອງລັດຖະມົນຕີ ທີ່ຢູ່ໃນຄະນະສະເພາະກິດ, ບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກກ່ຽວຂ້ອງ ຈາກສູນກາງ, ແຂວງ ແລະ ນະຄອນຫຼວງວຽງຈັນ ໃນທົ່ວປະເທດ ທັງໝົດ 120 ທ່ານ.

  ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບ ແລະ ຕີລາຄາຄືນ ຜົນການຈັດຕັ້ງປະຕິບັດ ການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ຂອງຄະນະສະເພາະກິດ ທີ່ໄດ້ຮັບການແຕ່ງຕັ້ງໂດຍທ່ານນາຍົກລັດຖະມົນຕີ ຕາມຂໍ້ຕົກລົງສະບັບເລກທີ 35/ນຍ, ລົງວັນທີ 03 ມິຖຸນາ 2019 ແລະ ຄໍາສັ່ງວ່າດ້ວຍ ການດຳເນີນການກວດກາ ຈຳນວນ 438 ໂຄງການເຊົ່າ-ສຳປະທານທີ່ດິນລັດ ໃນຂອບເຂດທົ່ວປະເທດ ສະບັບເລກທີ 08/ນຍ, ລົງວັນທີ 27 ມິຖຸນາ 2019 ເຊິ່ງຄະນະສະເພາະກິດຂັ້ນສູນກາງ ໄດ້ດໍາເນີນການກວດກາ 438 ໂຄງການໃນທົ່ວປະເທດ ຮ່ວມກັບຄະນະສະເພາະກິດຂອງອົງການປົກຄອງແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍໄດ້ສໍາເລັດໃນເດືອນກັນຍາ 2019. ພ້ອມນີ້, ໃນກອງປະຊຸມຍັງໄດ້ຮັບຟັງທິດທາງແຜນການໃນຕໍ່ໜ້າ ໃນການສືບຕໍ່ລົງເລິກການກວດກາວຽກງານເຊົ່າ ແລະ ສຳປະທານທີ່ດິນລັດ ໂດຍຜ່ານໂຄງການ K4D ເພື່ອສ້າງ ແລະ ເຊື່ອມຖານຂໍ້ມູນເຊົ່າ-ສຳປະທານທີ່ດິນລັດ ລະຫວ່າງຂະແໜງການທີ່ກ່ຽວຂ້ອງ, ການລາຍງານຄວາມຄືບໜ້າໃນການດຳເນີນການຈັດສັນທີ່ດິນ ແລະ ການວາງແຜນສິ່ງແວດລ້ອມແບບຮອບດ້ານໃນທົ່ວປະເທດ.

ຜົນຂອງການກວດກາໂຄງການເຊົ່າ-ສຳປະທານທີ່ດິນລັດຈຳນວນ 438 ໂຄງການ,​ ຄະນະສະເພາະກິດ ສາມາດສະຫຼຸບ ແລະ ຕີລາຄາ ເປັນ 07 ກໍລະນີຄື:

1. ໂຄງການບໍ່ມີຕົວຕົນ.

2. ໂຄງການຍົກເລີກແລ້ວ.

3. ໂຄງການບໍ່ມີການເຄື່ອນໄຫວ ຫຼື ໝົດອາຍຸ.

4. ໂຄງການສະເໜີສືບຕໍ່ ແຕ່ໃຫ້ມີການກວດກາຄືນດ້ານນິຕິກຳ, ພັນທະທາງດ້ານການເງິນ ເປັນຕົ້ນ ໂຄງການທີ່ອົງການປົກຄອງແຂວງໄດ້ອະນຸມັດເກີນຂອບເຂດສິດ, ໂຄງການທີ່ບໍ່ມີການຢັ້ງຢືນສິ່ງແວດ ລ້ອມ ບໍ່ໄດ້ເສຍຄ່າເຊົ່າ-ສຳປະທານທີ່ດິນລັດ, ໂຄງການທີ່ບໍ່ທັນມີສັນຍາ ຫຼື ສັນຍາໝົດອາຍຸ ແຕ່ຍັງດຳເນີນປົກກະຕິ.

5. ໂຄງການທີ່ບໍ່ແມ່ນໂຄງການເຊົ່າ-ສຳປະທານທີ່ດິນລັດ.

6. ໂຄງການມີຂໍ້ຂັດແຍ່ງ ແລະ 7. ໂຄງການໂອນເອົາທີ່ດິນລັດມາເປັນທີ່ດິນບຸກຄົນ.

     ກອງປະຊຸມໄດ້ດຳເນີນການປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ກັບວິທີການແກ້ໄຂສະເພາະໜ້າ ຄື:

1. ການປະຕິບັດຕາມ 7 ທັດສະນະຊີ້ນໍາ ແລະ 10 ທິດທາງຕົ້ນຕໍ ຂອງມະຕິຄະນະບໍລິຫານງານສູນກາງ  ພັກ ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່ ສະບັບເລກທີ 026/ ຄບສພ, ລົງວັນທີ 03 ສິງຫາ 2017.

2. ການຄົ້ນຄວ້າກົນໄກການແຈ້ງທວງ ແລະ ການມອບພັນທະຕາມສັນຍາ ແລະ ກົດໝາຍ;

3. ການມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ໃນການຕິດຕາມກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ.

4. ການແບ່ງຄວາມຮັບຜິດຊອບລະຫວ່າງ ຂະແໜງການກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ຈະແຈ້ງ ໃນວຽກງານອະນຸຍາດເຊົ່າ-ສຳປະທານທີ່ດິນລັດ ແລະ ການເກັບພັນທະດ້ານຕ່າງໆ.

5. ການສ້າງຖານຂໍ້ມູນໃຫ້ເປັນລະບົບ ແລະ ການສະໜອງຂໍ້ມູນ ເຊິ່ງກັນ ແລະ ກັນ.

6. ການສືບຕໍ່ແກ້ໄຂໂຄງການທີ່ໄດ້ກວດກາໄປແລ້ວ.

7. ການສະເໜີ ປັບປຸງ ລັດຖະບັນຍັດ 01/ປປທ, ລົງວັນທີ 08 ພຶດສະພາ 2007, 02/ປປທ, ລົງວັນທີ 18 ພະຈິກ 2009 ແລະ ນິຕິກໍາທີ່ກ່ຽວຂ້ອງ. 

8. ການສືບຕໍ່ກວດກາໂຄງການທັງໝົດທີ່ໄດ້ອະນຸຍາດເຊົ່າ-ສຳປະທານທີ່ດິນຂອງລັດໄປແລ້ວ.

ກອງປະຊຸມໄດ້ດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ, ມີຄວາມເປັນເອກະພາບໃນຂໍ້ມູນທີ່ໄດ້ກວດກາ ແລະ ສະຫຼຸບລາຍງານຂອງຄະນະສະເພາະກິດ. ຜົນຂອງກອງປະຊຸມຄັ້ງນີ້ ຄາດວ່າຈະຖືກນຳສະເໜີລາຍງານໃນກອງປະຊຸມເປີດກວ້າງຂອງລັດຖະບານໃນທ້າຍປີ 2019 ນີ້.