ກອງປະຊຸມປຶກສາຫາລືກ່ຽວກັບແຜນດຳເນີນງານສົ່ງເສີມຄຸນນະພາບສິ່ງແວດລ້ອມ 8 ແຂວງພາກເໜືອ. ໄດ້ຈັດຂື້ນໃນວັນທີ 21 ພະຈິກ 2019 ທີ່ຫ້ອງປະຊຸມໂຮງແຮມໄຊຊະນະ ແຂວງອຸດົມໄຊ. ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ທ່ານ ບຸນທັນ ຈຳປາສີມະນີ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ, ມີບັນດາທ່ານຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 8 ແຂວງເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 8 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້: ແມ່ນເພື່ອປຶກສາຫາລືກ່ຽວກັບການສ້າງແຜນດຳເນີນງານສົ່ງເສີມຄຸນນະ ພາບສິ່ງແວດລ້ອມ ໃນປີ 2020. ກອງປະຊຸມໄດ້ທົບທວນ ແລະ ປຶກສາຫາລຶ ບາງບັນຫາດັ່ງນີ້: 1. ທົບທວນຄືນກ່ຽວກັບການສົ່ງເສີມວຽກງານຂຽວ, ສະອາດ, ງາມຕາ. 2. ທົບທວນຄືນສະພາບລວມຂອງບັນຫາສິ່ງແວດລ້ອມພາຍໃນ 8 ແຂວງພາກເໜືອ. 3. ທົບທວນຄືນບັນຫາສະພາບລວມຂອງບັນຫາສິ່ງແວດລ້ອມຢູ່ໃນ ສປປລາວ. 4. ທົບທວນຄືນການສົ່ງເສີມວຽກງານສ້າງຈິດສະນຶກ ແລະ ການເຜີຍແຜ່ຂໍ້ມູນຂ່າວສານດ້ານສິ່ງແວດລ້ອມ. 5. ປຶກສາຫາລືເພື່ອສ້າງແຜນດຳເນີນງານສົ່ງເສີມຄຸນນະພາບສິ່ງແວດລ້ອມປະຈຳປີ 2020. ເຊີ່ງກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 2 ວັນເຕັມຈິງໄດ້ອັດລົງຢ່າງເປັນທາງການ.