ໃນລະຫວາງວັນທີ 8- 24 ທັນວາ 2019 ນີ້ກົມທີ່ດິນ( ກຊສ ) ໄດ້ມາກໍ່ສ້າງ ແລະ ຕິດຕັ້ງລະບົບສະຖານີອ້າງອີງການສຳຫຼວດ-ວັດແທກແບບຕໍ່ເນື່ອງ CORS ຈຸດທີ 19 ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊໄດ້ສຳເລັດ ແລະ ໄດ້ມອບໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊເປັນຜູ້ຄຸ້ມຄອງນຳໃຊ້.


   ຈຸດປະສົງຂອງການກໍ່ສ້າງ ແລະ ຕິດຕັ້ງສະຖານີ CORS ດັ່ງກ່າວແມ່ນເພື່ອເປັນຈຸດເຄົາໃນການນຳໃຊ້ກ້ອງ GNSS ໃນການສຳຫຼວດ-ວັດແທກຕອນດິນ ແລະ ສ້າງແຜນທີ່ຕາດິນ ເພື່ອດຳເນີນການສຳຫຼວດ-ວັດແທນຂື້ນທະບຽນ ແລະ ອອກໃບຕາດິນໃນທົ່ວແຂວງອຸດົມໄຊໃຫ້ບັນລຸຕາມຄາດໝາຍ.


  ໃນການຕິດຕັ້ງລົບສະຖານີ CORS ຄັ້ງນີ້ຄະນະທິມງານກົມທີ່ດິນຍັງໄດ້ຈັດຝຶກອົບຮົມແນະນຳຂັ້ນຕອນໃນການຄຸ້ມຄອງນຳໃຊ້, ຕິດຕາມ, ກວດກາ ແລະ ແກ້ໄຂບັນຫາຕ່າງໆໃຫ້ແກ່ພະນັກງານວິຊາການທີ່ຮັບຜິດຊອບວຽກງານດັ່ງກ່າວ ພ້ອມດຽວກັນນີ້ຍັງໄດ້ຝຶກອົບຮົມຍ່ອຍໃນການນຳໃຊ້ Progam Land Star 5 ແລະ 7 ໃຫ້ແກ່ພະນັກງານວິຊາການສຳຫຼວດ-ວັດແທກຂຶ້ນທະບຽນ ແລະ ອອກໃບຕາດິນປະຈຳ 7 ເມືອງນຳອີກ.