ກຳມະບານຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ໄດ້ຈັດພິທີສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າຄັ້ງທີ II ປະຈຳປີ 2018 ແລະ ພ້ອມທັງວາງທິດທາງແຜນການຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2019

ໃນຕອນບ່າຍຂອງວັນທີ 16 ມັງກອນ 2020ນີ້ທີຫ້ອງປະຊຸມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ. ໃຫ້ກຽດເປັນປະທານ ຂອງສະຫາຍ ສົມລິດ ສຸກຖາພອນ ປະທານກຳມະບານຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ສົມສັກ ຄຳລ້ານ ຮອງປະທານສະຫະພັນກຳມະບານແຂວງອຸດົມໄຊ, ມີສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ ຄະນະພັກ, ຄະນະພະແນກ ແລະ ມີບັນດາສະຫາຍສະມາຊິກກຳມະບານຮາກຖານ ພຊສ ເຂົ້າຮ່ວມຍ່າງພ້ອມພຽງ