ໃນ​ຕອນ​ເຊົ້າ ວັນ​ທີ 13 ກຸມພາ 2020 ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ແຂວງ​ອຸດົມ​ໄຊ ​ໄດ້​ຈັດ​ພິທີ​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ ​ໃຫ້​ແກ່​ສະມາຊິກ​ພັກ-ພະນັກງານ​ລັດຖະກອນ ຂຶ້ນ​ທີ່​ພະ​ແນ​ກຊັບ​ພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ແຂວງ​ອຸດົມ​ໄຊ, ​ໃຫ້​ກຽດ​ເປັ​ນປະທານ​ໂດຍ ທ່ານ ຄຳ​ພຽງ ຢ່າ​ຈົງ​ວາ ຮອງ​​ເລຂາ​ພັກ​ແຂວງ ຮອງ​ເຈົ້າ​ແຂວງ ​ແຂວງ​ອຸດົມ​ໄຊ.

  ນອກຈາກ​ນີ້​ຍັງ​ມີ​ບັນດາ​ທ່ານ​ຄະນະ​ໂຄສະນາ​ອົບ​ໂຮມ​ແຂວງ, ຄະນະ​ຈັດ​ຕັ້ງ​ແຂວງ ​ເຂົ້າ​ຮ່ວມ ​ແລະ ບັນດາ​ທ່ານ​ຄະນະ​ພະ​ແນ​ກ ​ແລະ ຄະນະ​ຄະ​ແໜງ ຕະຫຼອດຮອດ ພະນັກງານ​ວິຊາ​ການ​ພາຍ​ໃນ​ພະ​ແນ​ກ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ ພ້ອມ​ດ້ວຍ​ຜູ້​ແທນ​ເຂົ້າ​ຮ່ວມ​ທັງ​ໝົດ 53 ທ່ານ, ຍິງ 15 ທ່ານ