ພິທີມອບ-ຮັບໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຮຸນ ລະຫວ່າງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ກັບ ບໍລິສັດ ໄຊສົມບັດ ກໍ່ສ້າງ ເຄຫາສະຖານ ແລະ ຊົນລະປະທານ 

  ພາຍໃຕ່ການເປັນປະໂດຍ ທ່ານນາງ ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ, ມີປະທານຮ່ວມ ທ່ານກິສອນ ແສນປັນຍາ ຮອງເຈົ້້າເມືອງ ເມືອງຮຸນ, ມີທ່ານນາງ ກົງທອງມະນີວັນ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງຮຸນ, ມີທ່ານ ກອງແກ້ວ ໄຊສົມບັດ ປະທານບໍລິສັດ ໄຊສົມບັດກໍ່ສ້າງ ເຄຫາສະຖານ, ມີຄະນະກຳມະການຄຸ້ມຄອງໂຄງການ ແລະ ບັນດາພະນັກງານ-ລັດຖະກອນ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມທັງໝົດ 38 ທ່ານ, ຍິງ 10 ຄົນ.