ກອງປະຊຸມໃຫຍ່ ຄັ້ງທີ III ຂອງສະຫະພັນແມ່ຍິງ ຮາກຖານພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ນາງ ເພັດດາລາ ພົນທະສີ ປະທານສະຫະພັນແມ່ຍິງຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ບົວທອງ ວັນນະລາດ ຮອງປະທານສະຫະພັນແມ່ຍິງແຂວງ, ສະຫາຍ ນາງ ຄຳຫມັ້ນ ແກ້ວບຸນຫວນ ຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີຕາງຫນ້າສະຫະພັນແມ່ຍິງຮາກຖານອ້ອມຂ້າງ, ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກ ແມ່ຍິງພາຍໃນຮາກຖານ ເຂົ້າຮ່ວມ.
  ກອງປະຊຸມໄດ້ສະຫຼຸບຕີລາຄາຄືນຜົນການເຄື່ອນໄຫວວຽກງານຮອບດ້ານຂອງວຽກງານແມ່ຍິງ ໄລຍະ 5 ປີຜ່ານມາ (2016 – 2021) ໂດຍຍົກໃຫ້ເຫັນດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ແກ້ໄຂ, ຜ່ານ ຮ່າງທິດທາງແຜນການ 5 ປີຕໍ່ຫນ້າ. ກອງປະຊຸມໄດ້ມີການມອບໃບຍ້ອງຍໍຂອງສະຫະພັນແມ່ຍິງແຂວງໃຫ້ຜູ້ທີ່ມີຜົນງານດີເດັ່ນ ຈຳນວນ 12 ສະຫາຍ ແລະ ຮັບໃບຍ້ອງຍໍຂອງພະແນກຊັບ ຈໍານວນ 6 ສະຫາຍ ພ້ອມນີ້ພິທີ ຍັງໄດ້ຮັບຮອງເອົາສະຫະພັນແມ່ຍິງຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເປັນສະຫະພັນແມ່ຍິງ 3 ດີ ໃຫ້ກຽດມອບໃບຢັ້ງຢືນ ໂດຍ ສະຫາຍ ນາງ ບົວທອງ ວັນນະລາດ ຮອງປະທານສະຫະພັນແມ່ຍິງແຂວງ ແລະ ຮັບໂດຍ ສະຫາຍ ນາງ ເພັດດາລາ ພົນທະສີ ພ້ອມດ້ວຍຄະນະ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະສະຫະພັນແມ່ຍິງຮາກຖານ ຊຸດໃຫມ່ ເຊິ່ງມີຜູ້ສະຫມັກທັງຫມົດ 5 ສະຫາຍ ແລະ ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດຄັດເລືອກ ແລະ ການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ກອງປະຊຸມ ໄດ້ເລືອກເອົາ ສະຫາຍ ນາງ ເພັດດາລາ ພົນທະສີ ເປັນປະທານສະຫະພັນແມ່ຍິງຮາກຖານ ເລືອກເອົາ 2 ສະຫາຍ ເປັນຄະນະ ແລະ ເລືອກເອົາ 2 ສະຫາຍ ເປັນຄະນະກວດກາ ນອກນັ້ນ ກອງປະຊຸມ ຍັງໄດ້ມີການສະຫຼຸບວຽກງານ 3 ດີ ພ້ອມທັງສະຫມັກເຂົ້າແຂ່ງຂັນ 3 ດີ ໃນຕໍ່ຫນ້າຕື່ມອີກ.