ພິທີສະຫລຸບ ຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2021 ຂອງກໍາມະບານຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ຕອນເຊົ້າວັນທີ 15 ຕຸລານີ້ ທີ່ພະແນກຂອງຕົນ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ໄຊພອນ ຖົມປະດິດ ປະທານສະຫະພັນກຳມະບານແຂວງ, ສະຫາຍ ນາງ ຄຳຫມັ້ນ ແກ້ວບຸນຫວນ ກຳມະການພັກແຂວງ, ເລຂາຫນ່ວຍພັກ, ຫົວຫນ້າພະແນກ ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມແຂວງ, ມີຕາງຫນ້າກຳມະບານຮາກຖານອ້ອມຂ້າງ, ສະມາຊິກກຳມະບານ ພາຍໃນຮາກຖານ ເຂົ້າຮ່ວມ.

ພິທີໄດ້ຮັບຟັງການຜ່ານຮ່າງບົດສະຫລຸບການຈັດຕັ້ງປະຕິບັດວຽກງານ ຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2021 ແລະ ທິດທາງແຜນການ 2022 ໂດຍຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້ ລວມທັງຜົນງານທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ເຊິ່ງມັນສະແດງອອກ: ເປັນເຈົ້າໃນການຝຶກຝົນຫລໍ່ຫລອມທາງດ້ານການເມືອງ-ແນວຄິດ ສາມາດປະຕິບັດໄດ້95%, ເປັນເຈົ້າໃນການປະຕິບັດກົດຫມາຍແລະລະບຽບການຂອງລັດ ປະຕິບັດໄດ້ 90%, ເປັນເຈົ້າໃນການພັດທະນາຕົນເອງແລະການຈັດຕັ້ງ ປະຕິບັດໄດ້ 108%, ເປັນເຈົ້າໃນການປົກປ້ອງສິດແລະຜົນປະໂຫຍດອັນຊອບທຳ ປະຕິບັດໄດ້ 95% ແລະ ເປັນເຈົ້າໃນການ ປະຕິບັດຫນ້າທີ່ວິຊາສະເພາະຢ່າງປະດິດສ້າງ ປະຕິບັດໄດ້ 87%. ຕໍ່ກັບຜົນງານດັ່ງກ່າວ ສະຫະພັນກຳມະບານແຂວງ ຈິ່ງໄດ້ອອກຂໍ້ຕົກລົງ ມອບໃບຢັ້ງຢືນ 5 ເປັນເຈົ້າ ປະຈຳປີ 2021 ໃຫ້ແກ່ກຳມະບານຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ໃຫ້ກຽດມອບໂດຍ ສະຫາຍ ໄຊພອນ ຖົມປະດິດ ປະທານສະຫະພັນກຳມະບານແຂວງ ຮັບໂດຍ ຄະນະກຳມະບານຮາກຖານ ພະແນກຊັບພະຍາກກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ. ເພື່ອສືບຕໍ່ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນຈົ້າໃນຕໍ່ຫນ້າໃຫ້ໄດ້ຮັບຜົນດີ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ ທາງຄະນະພັກ, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ກໍ່ໄດ້ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະຮັບຜິດຊອບພ້ອມຈັບມືແຂ່ງຂັນກັນ.

ໂອກາດດັ່ງກ່າວ ສະຫາຍ ໄຊພອນ ຖົມປະດິດ ປະທານສະຫະພັນກໍາມະບານແຂວງ ໄດ້ໂອ້ລົມ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດຂອງກຳມະບານຮາກຖານ ພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມຍາດມາໄດ້ ພ້ອມທັງ ເນັ້ນຫນັກ ແລະ ຊີ້ນຳບາງບັນຫາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນຕໍ່ຫນ້າ ບັນລຸຕາມທິດທາງແຜນການທີ່ກຳນົດໄວ້.