ພິທີປະກາດຮັບຮອງ 4 ບຸກ ຂອງຄະນະຊາວຫນຸ່ມຫນ່ວຍຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ຈັດຂຶ້ນຕອນບ່າຍວັນທີ 15 ຕຸລານີ້ ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ນາງ ພອນແກ້ວ ຍອດມະນີ ເລຂາຊາວຫນຸ່ມຫນ່ວຍຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ.

ໃນພິທີໄດ້ຮັບຟັງການສະຫຼຸບຕີລາຄາ ຜົນການເຄື່ອນໄຫວຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມຫນ່ວຍຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ປະຈຳປີ 2021 ແລະ ທິດທາງແຜນການ 2022. ບົດສະຫລຸບໄດ້ຍົກໃຫ້ເຫັນເຖິງ ຜົນງານ, ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ອັນພົ້ນເດັ່ນແມ່ນຜົນສໍາເລັດໃນການຈັດຕັ້ງປະຕິບັດ 4 ບຸກ ເຊັ່ນ: ບຸກດ້ານແນວຄິດ ປະຕິບັດໄດ້ 96%, ບຸກດ້ານການຝຶກຝົນຫລໍ່ຫລອມຮ່ຳຮຽນ ປະຕິບັດໄດ້ 95%, ບຸກດ້ານການປັບປຸງ-ກໍ່ສ້າງການຈັດຕັ້ງ ປະຕິບັດໄດ້ 95% ແລະ ບຸກດ້ານວິຊາຊີບແລະສ້າງວຽກເຮັດງານທຳ ປະຕິບັດໄດ້ 93%. ຕໍ່ກັບຜົນງານ ທາງຄະນະບໍລິຫານງານຊາວຫນຸ່ມແຂວງ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍຜົນງານໃຫ້ແກ່ສະມາຊິກຊາວຫນຸ່ມຫນ່ວຍຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ ຈຳນວນ 31 ສະຫາຍ ພ້ອມທັງ ປະກາດຮັບຮອງເອົາ ຄະນະຊາວຫນຸ່ມຫນ່ວຍຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ເປັນຫນ່ວຍຊາວຫນຸ່ມ 4 ບຸກ ປະຈຳປີ 2021 ພ້ອມມອບໃບຢັ້ງຢືນ 4 ບຸກ ໃຫ້ກຽດມອບໂດຍ ສະຫາຍ ສຸກສະຫວັນ ວົງລ້ອມ ຮອງເລຂາຄະນະບໍລິຫານງານຊາວຫນຸ່ມແຂວງ ຮັບໂດຍ ສະຫາຍ ນາງ ພອນແກ້ວ ຍອດມະນີ ເລຂາຊາວຫນຸ່ມຫນ່ວຍຮາກຖານ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ.

ໂອກາດດັ່ງກ່າວ ສະຫາຍ ສຸກສະຫວັນ ວົງລ້ອມ ຮອງເລຂາຄະນະບໍລິຫານງານຊາວຫນຸ່ມແຂວງ ໄດ້ມີຄຳຄິດ, ຄຳເຫັນ ພ້ອມທັງໂອ້ລົມສະຫາຍໄດ້ຍ້ອງຍໍຊົມເຊີຍຜົນງານທີ່ຊາວຫນຸ່ມ ຫນ່ວຍຮາກຖານພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຍາດມາໄດ້ ແລະ ເນັ້ນຫນັກບາງບັນຫາ ເພື່ອເປັນບ່ອນອີງ ໃຫ້ແກ່ຊາວຫນຸ່ມຫນ່ວຍດັ່ງກ່າວ ນຳໄປຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃນຕໍ່ຫນ້າ.

ພິທີມີ ສະຫາຍ ສຸກສະຫວັນ ວົງລ້ອມ ຮອງເລຂາຄະນະບໍລິຫານງານຊາວຫນຸ່ມແຂວງ, ສະຫາຍ ສີສຸກ ປະດີຈິດ ຄະນະພັກ, ຮອງຫົວຫນ້າພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມແຂວງ, ຄະນະຫນ່ວຍ ພ້ອມດ້ວຍສະມາຊິກຊາວຫນຸ່ມພາຍໃນຫນ່ວຍ ແລະ ຕາງຫນ້າຫນ່ວຍຊາວຫນຸ່ມອ້ອມຂ້າງ ເຂົ້າຮ່ວມ.