ໃນວັນທີ່ 11 ພຶດສະພາ 2022 ທີ່ຜ່ານມາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊໄດ້ເປີດກອງປະຊຸມພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສະໄຫມສຳຮອງ ຈຳນວນ 5 ສະຫາຍ
ທີ່ເປັນພະນັກງານສັງກັດຢູ່ຫ້ອງການບໍລິຫານ,ແຜນການ ແລະ ການເງີນ, ຂະແໜງທີ່ດິນ ແລະ ຂະແໜງສິ່ງແວດລ້ອມ,ນ້ຳ ແລະ ອຸຕຸນິຍົມອຸທົກກະສາດ ໂດຍການເປັນປະທານຂອງສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ເຊິ່ງມີຮອງເລຂາພັກ, ຄະນະພັກ,ຄະນະຈຸ ແລະ ສະມາຊິກພັກຂອງຮາກຖານພັກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຂົ້າຮ່ວມທັງໝົດ 39 ສະຫາຍ; ຍິງ 14 ສະຫາຍ​ສະຫາຍເລຂາ ໄດ້ນຳເອົາທິດຊີ້ນຳຂອງຂັ້ນເທິ່ງຕໍ່ກັບການຈັດຕັ້ງປະຕິບັດໜ້າທີ່ຮັບຜິດຊອບເບື້ອງລັດລົງສູ່ສະມາຊິກພັກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ
1 ເພີ່ມທະວີໜ້າທີ່ວຽກງານວິຊາສະເພາະຢ່າງເອົາຈິ່ງເອົາຈັງ, ປະກອບສ່ວນພັນທະຂອງສະມາຊິກພັກເຂົ້າຮ່ວມຊີວິດການເມືອງ.
2 ສືບຕໍ່ສືກສາອົບຮົມຕິດຕາມສະມາຊິກສຳຮອງໃຫ້ເປັນສະມາຊິກພັກສົມບຸນຢ່າງມີກຽດ
3 ໃຫ້ສະມາຊິກພັກເຂົ້າໃຈເງືອນໄຂສິດ, ໜ້າທີຂອງສະມາຊິກພັກ. ຮັບຮູ້ຂໍ້ຫ້າມຂອງສະມາຊິກພັກ