ທ່ານ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະລົງຕິດຕາມ ແລະ ຊຸກຍູ້ວຽກງານ ຂຶ້ນທະບຽນອອກໃບຕາດິນຢູ່ ເມືອງ ຮຸນ ແຂວງ ອຸດົມໄຊ



ໃນວັນທີ 28 ມີນາ 2022 ຄະນະນຳ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງນໍາໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ, ກຳມະການສູນກາງພັກ, ລັດຖະມົນຕີ ກຊສ ພ້ອມດ້ວຍຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ວຽກງານຂຶ້ນທະບຽນທີ່ດິນຢູ່ເມືອງ ຮຸນ ແຂວງ ອຸດົມໄຊ.
ກອງປະຊຸມໄດ້ຈັດຂຶ້ນ ທີ່ ສະໂມສອນ ເມືອງ ຮຸນ ໂດຍການເປັນປະທ່ານ ຂອງ ນາງ ບຸນຄຳ ວໍລະຈິດ ກຳມະການ ສູນກາງພັກ, ລັດຖະມົນຕີກະຊວງ ກຊສ, ເຂົ້າຮ່ວມຂອງ ທ່ານ ນາງ ຄຳໝັນ ແກ້ວບຸນຫວນ, ກໍາມະການພັກແຂວງ, ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ, ທ່ານ ອິນທາ ລືນາມມະຈັກ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ ເມືອງ ຮຸນພ້ອມດວຍຄະນະ. ນອກຈາກນັ້ນຍັງມີ ຄະນະກົມ ຈາກ ກຊສ ທີ່ລົງຕິດຕາມເຄື່ອນໄຫວການນໍາໃນຄັ້ງນີ້ ປະກອບມີ ຫົວໜ້າຫ້ອງການ, ຫົວໜ້າກົມທີ່ດິນ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ຫົວໜ້າກົມແຜນການ ແລະ ການເງິນ ແລະ ຫົວໜ້າກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຮອງຫົວໜ້າພະແນກ ຊສ ແຂວງ, ຫົວໜ້າຫ້ອງການ ຊສ ເມືອງຮຸນ, ເມືອງແບງ ແລະ ເມືອງປາກແບງ ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ
ວັນທີ 29 ມີນານີ້ ທ່ານນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ໂດຍມີທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ແລະ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ພ້ອມດ້ວຍຄະນະໄດ້ຕິດຕາມເຄື່ອນໄຫວ ໂດຍມີຈຸດປະສົງເພື່ອຊຸກຍູ້-ຊີ້ນຳວຽກງານການອອກໃບຕາດິນ, ການຈັດສັນທີ່ດິນຕາມແລວທາງລົດໄຟລາວ-ຈີນ, ການຄຸ້ມຄອງສິ່ງແວດລ້ອມສຳລັບໂຄງການການພັດທະນາແຮ່ທາດໄລຍະທົດລອງ ແລະ ຊຸກຍູ້-ຊີ້ນຳການປັບປຸງການຈັດຕັ້ງ ແລະ ສ້າງຄວາມເຂັ້ມແຂງຕາມທິດສາມສ້າງ.
Read more: ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ
ຊຸກຍູ້ວຽກງານ ແລະ ເຜີຍແຜ່ ນິຕິກຳ ວຽກງານກວດກາຮອບດ້ານ ຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ໃນຕອນເຊົ້າຂອງວັນທີ 09 ມີນາ 2022. ຢູ່ທີ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງແບງ ໄດ້ເປີດກອງປະຊຸມ ຊຸກຍູ້ວຽກງານ ແລະ ເຜີຍແຜ່ ນິຕິກຳ ວຽກງານກວດກາຮອບດ້ານ ຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍໃຫ້ກຽດເປັນປະທານ ຂອງທ່ານນາງ ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊີ່ງກອງປະຊຸມດັ່ງກ່າວມີຫົວໜ້າ, ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງແບງ, ມີຫົວໜ້າຂະແໜງ, ຮອງຂະແໜງທີ່ກ່ຽວຂ້ອງພ້ອມດ້ວຍວິຊາການທີ່ມາຈາກພະແນກຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມແຂວງ ແລະ ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງແບງ ເຂົ້າຮ່ວມທັງໝົດ 22 ທ່ານ; ຍິງ 8 ທ່ານ.
ຫນ່ວຍພັກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ອຸດົມໄຊ ເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ


ກອງປະຊຸມໃຫຍ່ ຄັ້ງທີ II ຂອງຫນ່ວຍພັກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ແຂວງອຸດົມໄຊ ໄດ້ຈັດຂຶ້ນ ຕອນເຊົ້າວັນທີ 19 ພະຈິກ 2021 ທີ່ຫ້ອງປະຊຸມ ຂອງຕົນ ໂດຍການເຂົ້າຮ່ວມຂອງສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ,ມີສະຫາຍນາງ ຄຳຫມັ້ນ ແກ້ວບຸນຫວນ ກຳມະການພັກແຂວງ,ເລຂາຫນ່ວຍພັກ,ຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,ມີຄະນະພັກ,ຄະນະພະແນກ ຕະຫລອດຮອດສະມາຊິກພັກພາຍໃນພະແນກ ແລະ ຄະນະຮັບຜິດຊອບ ກອງປະຊຸມໃຫຍ່ຂັ້ນແຂວງ,ຂັ້ນຮາກຖານ ແລະ ຂັ້ນຫນ່ວຍພັກເຂົ້າຮ່ວມ.
Page 4 of 8
Latest Articles
- ພິທີເລົ່າມູນເຊື້້ອວັນສ້າງຕັ້ງກຳມະບານລາວຄົບຮອບ 67 ປີ ປີ (1 ກຸມພາ 1956-1 ກຸມພາ 2023)
- ພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ດຳເນີນກອງປະຊຸມດຳເນີນຊີວິດການເມືອງພາຍໃນໜ່ວຍພັກ, 03 ເດືອນ ທ້າຍປີ 2023 ແລະ ວາງທິດທາງແຜນການ 3 ເດືອນ ຕົ້ນປີ 2023
- ພິທີມອບ-ຮັບຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຜູ້ເກົ່າ ແລະ ຜູ້ໃໝ່
- ພິທີ ປາຖະກະຖາ ວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ
- ກອງປະຊຸມເປີດບັ້ນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການສ້າງຄວາມທົນທານໃນການປັບຕົວເຂົ້າກັບການປຽນແປງດິນຟ້າອາກາດ
099179
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
25
564
2353
96041
4852
4865
99179
Your IP: 44.200.168.16
2023-03-24 01:10