ພິທີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານລັດຖະກອນ
ໃນຕອນເຊົ້າ ວັນທີ 13 ກຸມພາ 2020 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ໄດ້ຈັດພິທີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານລັດຖະກອນ ຂຶ້ນທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ, ໃຫ້ກຽດເປັນປະທານໂດຍ ທ່ານ ຄຳພຽງ ຢ່າຈົງວາ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ແຂວງອຸດົມໄຊ.
Read more: ພິທີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ-ພະນັກງານລັດຖະກອນ
ກຳມະບານຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ໄດ້ຈັດພິທີສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າ
ກຳມະບານຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ໄດ້ຈັດພິທີສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າຄັ້ງທີ II ປະຈຳປີ 2018 ແລະ ພ້ອມທັງວາງທິດທາງແຜນການຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2019
ກົມທີ່ດິນ(ກຊສ) ໄດ້ມາກໍ່ສ້າງ ແລະ ຕິດຕັ້ງລະບົບສະຖານີອ້າງອີງການສຳຫຼວດ-ວັດແທກແບບຕໍ່ເນື່ອງ CORS ຈຸດທີ 19 ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ
ໃນລະຫວາງວັນທີ 8- 24 ທັນວາ 2019 ນີ້ກົມທີ່ດິນ( ກຊສ ) ໄດ້ມາກໍ່ສ້າງ ແລະ ຕິດຕັ້ງລະບົບສະຖານີອ້າງອີງການສຳຫຼວດ-ວັດແທກແບບຕໍ່ເນື່ອງ CORS ຈຸດທີ 19 ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊໄດ້ສຳເລັດ ແລະ ໄດ້ມອບໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊເປັນຜູ້ຄຸ້ມຄອງນຳໃຊ້.
ກອງປະຊຸມປຶກສາຫາລືກ່ຽວກັບແຜນດຳເນີນງານສົ່ງເສີມຄຸນນະພາບສິ່ງແວດລ້ອມ 8 ແຂວງພາກເໜືອ
ກອງປະຊຸມປຶກສາຫາລືກ່ຽວກັບແຜນດຳເນີນງານສົ່ງເສີມຄຸນນະພາບສິ່ງແວດລ້ອມ 8 ແຂວງພາກເໜືອ. ໄດ້ຈັດຂື້ນໃນວັນທີ 21 ພະຈິກ 2019 ທີ່ຫ້ອງປະຊຸມໂຮງແຮມໄຊຊະນະ ແຂວງອຸດົມໄຊ. ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ທ່ານ ບຸນທັນ ຈຳປາສີມະນີ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ, ມີບັນດາທ່ານຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 8 ແຂວງເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 8 ທ່ານ.
Read more: ກອງປະຊຸມປຶກສາຫາລືກ່ຽວກັບແຜນດຳເນີນງານສົ່ງເສີມຄຸນນະພາບສິ່ງແວດລ້ອມ 8 ແຂວງພາກເໜືອ
Page 7 of 8