Print

   

ໃນຕອນເຊົ້າ ຂອງວັນທີ 14 ກຸມພາ 2022 ທີ່ຫ້ອງວ່າການປົກຄອງ ແຂວງ ອຸດົມໄຊ ທ່ານ ຈັນທະເນດ ບົວລະພາ ຄະນະປະຈຳພັກ ກະຊວງ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເຂົ້າພົບ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງອຸດົມໄຊ ເພື່ອລາຍງານຈຸດປະສົງການລົງມາເຮັດວຽກ ແລະ ປຶກສາຫາລື ກ່ຽວກັບ ວຽກງານການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເວົ້າລວມ, ເວົ້າສະເພາະແມ່ນວຽກງານການຄຸ້ມຄອງຊັບພະຍາກອນນໍ້າ ຢູ່ພາຍໃນ ແຂວງອຸດົມໄຊ.

ໃນໂອກາດດຽວກັນກໍໄດ້ຈັດກອງປະຊຸມຮັບຮອງຂັ້ນພື້ນຖານ ແຜນຄຸ້ມຄອງອ່າງຮັບນໍ້າ ນໍ້າທາ ຂຶ້ນ ໂດຍການເປັນປະທານຂອງທ່ານ ອ່ອນແກ້ວ ອຸ່ນອາລົມ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ແຂວງ ອຸດົມໄຊ ຊຶ່ງໃຫ້ກຽດເປັນປະທານຮ່ວມຂອງທ່ານ ອ່ອນຈັນ ຄຳຜາວົງ, ກຳມະການປະຈໍາພັກແຂວງ, ຮອງເຈົ້າແຂວງ, ແຂວງ ຫຼວງນໍ້າທາ, ທ່ານ ເຄື່ອນເພັດ ວົງຈັນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ແຂວງ ບໍ່ແກ້ວ ແລະ ທ່ານ ຈັນທະເນດ ບົວລະພາ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ພ້ອມດຽວກັນນັ້ນ, ກໍຍັງມີທ່ານຮອງຫົວໜ້າກົມຊັບພະຍາກອນນໍ້າ, ຄະນະພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກ ພະລັງງານ ແລະ ບໍ່ແຮ່, ພະແນກ ກະສິກຳ ແລະ ປ່າໄມ້, ພະແນກ ແຜນການ ແລະ ການລົງທຶນ, ພະແນກ ໂຍທາທິການ ແລະ ຂົນສົ່ງ, ສະພາປະຊາຊົນຂັ້ນແຂວງຈາກ ແຂວງ ອຸດົມໄຊ, ຂ.ຫຼວງນໍ້າທາ ແລະ ຂ.ບໍ່ແກ້ວ, ມີ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ ຫຼວງນໍ້າທາ, ມ. ວຽງພູຄາ, ມ. ນາແລ, ມ. ຜາອຸດົມ, ມ. ປາກທາ, ມ. ຫ້ວຍຊາຍ, ມ. ນາໝໍ້, ມ. ໄຊ, ມ. ແບ່ງ, ມ. ຮຸ່ນ, ມ. ປາກແບງ, ຄະນະວິຊາການຂອງກົມຊັບພະຍາກອນນໍ້າ ແລະ ບໍລິສັດທີ່ປຶກສາ ອິນໂນວາຈໍາກັດ ເຂົ້າຮ່ວມ.

 ໃນໂອກາດດັ່ງກ່າວນີ້, ທ່ານ ພອນໄຊ ສິມມາລາວົງ, ຮອງຫົວໜ້າກົມຊັບພະຍາກອນນໍ້າ ໄດ້ລາຍງານ ກ່ຽວກັບ ການສ້າງແຜນຄຸ້ມຄອງອ່າງຮັບນໍ້າ ນໍ້າທາ.

ອ່າງຮັບນໍ້າ ນໍ້າທາ ແມ່ນເປັນອ່າງຮັບນໍ້າໜຶ່ງທີ່ນອນໃນ 62 ອ່າງຮັບນໍ້າ ໃນ ສປປ ລາວ ແລະ ເປັນອ່າງຮັບນໍ້າ ຂະໜາດໃຫຍ່,  ມີເນື້ອທີ່ທັງໝົດ 8,918 ກິໂລຕາແມັດ ກວມເອົາ 3 ແຂວງ, ຊຶ່ງແຂວງ ທີ່ມີເນື້ອທີ່ກວມຫຼາຍກວ່າໝູ່ ແມ່ນແຂວງ ຫຼວງນໍ້າທາ ກວມ 46.75%, ແຂວງ ອຸດົມໄຊ ກວມ 30.71% ແລະ ແຂວງ ບໍ່ແກ້ວ ກວມເອົາ 22.54%. ປະຊາກອນນອນຢູ່ໃນອ່າງຮັບນ້ຳ ທັງໝົດ 212,990 ຄົນ ຈາກ 345 ບ້ານ. ລັກສະນະພູມສັນຖານຂອງອ່າງຮັບນໍ້າ ນໍ້າທາ ເປັນເຂດພູດອຍ ທີ່ມີຄວາມສູງແຕ່ 300 ແມັດ ຫາ 1,176 ແມັດ ຈາກລະດັບນໍ້າທະເລ.

ແຜນຄຸ້ມຄອງອ່າງຮັບນໍ້າ ນ້ຳທາ ສະບັບນີ້ ແມ່ນເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ນໍ້າ ແລະ ຊັບພະຍາກອນນໍ້າ ເພື່ອຮັບປະກັນໃຫ້ການຄຸ້ມຄອງຊັບພະຍາກອນທໍາມະຊາດ ກໍ່ຄືຊັບພະຍາກອນນໍ້າ ໃຫ້ໄປຕາມທິດສີຂຽວ ແລະ ມີຄວາມຍືນຍົງ. ແຜນຄຸ້ມຄອງອ່າງຮັບນໍ້າ ນ້ຳທາ ໄດ້ສ້າງຂຶ້ນໂດຍການຮ່ວມມືຂອງບັນດາຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ: ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະແນກການທີ່ກ່ຽວຂ້ອງ ຂອງ ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ, ແຂວງບໍ່ແກ້ວ ແລະ ບັນດາເມືອງໃນຂອບເຂດອ່າງຮັບນໍ້າດັ່ງກ່າວ. ຈາກນັ້ນ ຮອງເຈົ້າແຂວງທັງ 3 ແຂວງ ແລະ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ມີຄວາມເປັນເອກະພາບກັນລົງນາມ ຮັບຮອງຂັ້ນພື້ນຖານແຜນຄຸ້ມຄອງອ່າງຮັບນ້ຳ ນ້ຳທາ.

ໃນຕອນທ້າຍຂອງພິທີ ຍັງໄດ້ມີພິທີມອບຮັບ ເຄື່ອງອຸປະກອນວັດແທກກະແສນ້ຳຈຳນວນ 3 ຊຸດ ແລະ  ເຄື່ອງ GPS ອີກຈຳນວນໜຶ່ງ ໃຫ້ແກ່ແຂວງ ອຸດົມໄຊ, ຫຼວງນ້ຳທາ ແລະ ບໍ່ແກ້ວ ໂດຍການເປັນສັກຂີພິຍານຂອງ ບັນດາທ່ານ ຮອງເຈົ້າແຂວງ ແລະ ທ່ານ ຮອງລັດຖະມົນຕີ ເຊິ່ງຕາງໜ້າມອບໂດຍ ທ່ານ ພອນໄຊ ສິມມາລາວົງ ຮອງຫົວໜ້າ ກົມຊັບພະຍາກອນນ້ຳ ແລະ ຕາງໜ້າຮັບຈາກ ແຂວງ ອຸດົມໄຊ ໂດຍ ທ່ານ ນາງ ຄຳໝັ້ນ ແກ້ວບຸນຫວນ ຫົວໜ້າ ພຊສ ແຂວງ ອຸດົມໄຊ, ຕາງໜ້າຮັບຈາກ ແຂວງ ຫຼວງນ້ຳທາ ໂດຍ ທ່ານ ສົມຫວັງ ນາບຸນແພງ ຫົວໜ້າ ພຊສ ແຂວງ ຫຼວງນ້ຳທາ ແລະ ຕາງໜ້າຮັບຈາກ ແຂວງ ບໍ່ແກ້ວ ໂດຍ ທ່ານ ຄຳພູວົງ ອິນສີຊຽງໃໝ່ ຮອງຫົວໜ້າ ພຊສ ແຂວງ ບໍ່ແກ້ວ ຕາມລຳດັບ.

ເຊິ່ງໃນຕອນບ່າຍຂອງວັນດຽວກັນຢູ່ທີ່ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ ທ່ານ ຮອງລັດຖະມົນຕີ ຍັງໄດ້ພົບປະໂອ້ລົມ ກັບ ພະນັກງານຫຼັກແຫຼ່ງ ຂອງ ພຊສ ແຂວງ ແລະ ຫ້ອງການ ຊສ ເມືອງ 5 ເມືອງ ພາຍໃນ ແຂວງ ອຸດົມໄຊ, ຫຼັງຈາກນັ້ນທາງຄະນະວິຊາການຂັ້ນສູນກາງກໍໄດ້ມີການແນະນຳການນຳໃຊ້ເຄື່ອງມືວັດແທກກະແສນ້ຳ ແລະ ເຄື່ອງ GPS ທີ່ສູນກາງມອບໃຫ້ເພື່ອໃຫ້ພະນັກງານທ້ອງຖິ່ນທີ່ນຳໃຊ້ເຄື່ອງມືດັ່ງກ່າວ ສາມາດນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ຫຼັງຈາກນັ້ນ ທ່ານຮອງລັດຖະມົນຕີກໍໄດ້ລົງພາກສະໜາມເພື່ອຕິດຕາມເບິ່ງການນຳໃຊ້ຊັບພະຍາກອນນ້ຳ ຂອງອ່າງເກັບນ້ຳກໍນ້ອຍ ທີ່ພໍ່ແມ່ປະຊາຊົນນຳໃຊ້ທຳການຜະລິດກະສິກຳຢູ່ ທີ່ ບ້ານກໍນ້ອຍ ເມືອງ ໄຊ ແຂວງ ອຸດົມໄຊ ອີກດ້ວຍ ເຊິ່ງການລົງເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ໂດຍສະເພາະແມ່ນການຮັບຮອງແຜນຄຸ້ມຄອງອ່າງຮັບນ້ຳ ນ້ຳທາ ໃນຄັ້ງນີ້ແມ່ນໄດ້ຮັບທຶນຈາກ ທະນາຄານໂລກ .