Print

   ໃນຕອນເຊົ້າຂອງວັນທີ 22 ທັນວາ 2021 ຢູ່ທີ່ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານການຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງພັກ ປະຈຳປີ 2021 ​ແລະ ວາງທິດທາງແຜນການປະຈຳປີ 2022 ຂອງໜ່ວຍພັກຂັ້ນຕົນ ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງ ສະຫາຍ ນາງ ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ ເລຂາໜ່ວຍພັກ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,​ ມີບັນດາສະຫາຍຄະນະໜ່ວຍພັກ ແລະ ສະມາຊິກພັກ ພຊສ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ ສະຫຼຸບຕີລາຄາ ​ດ້ານ​ດີ-ຜົນ​ງານ ແລະ ດ້ານ​ອ່ອນ-ຂໍ້​ຄົງ​ຄ້າງ ຕາມເນື້ອໃນການຊີ້ນຳ-ນຳພາຮອບດ້ານຂອງຄະນະໜ່ວຍພັກ ພຊສ ໃນໄລຍະ 1ປີທີ່ຜ່ານມາ ຕິດພັນກັບການຜ່ານບົດສະຫຼວດ(ບຸກຄົນ)ຄະນະບໍລິຫານງານພັກແຂວງ ຂອງສະຫາຍເລຂາໜ່ວຍພັກ ໃນການຊີ້ນຳ ນຳພາໃນຂົງເຂດວຽກງານການບໍລິຫານ-ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃນຂອບເຂດຄວາມຮັບຜິດຊອບຂອງຕົນ ກ່ຽວກັບການສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານຕາມຈິດໃຈຊີ້ນໍາຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XI (11) ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ IX (9)ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກຂອງຕົນ ໂດຍຍົກໃຫ້ເຫັນແຈ້ງປະເດັນບັນຫາໃນຂອບເຂດວຽກງານທີ່ຕົນຮັບຜິດຊອບທີ່ຕ້ອງແກ້ໄຂ, ການເສີມຂະ ຫຍາຍປະດິດສ້າງວິທີນໍາພາ-ຊີ້ນໍາ ແລະ ໝາກຜົນຕົວຈິງໃນການຈັດຕັ້ງປະຕິບັດວຽກງານທີ່ຕົນເອງໄດ້ຮັບມອບໝາຍ ຫຼັງກອງປະຊຸມໃຫຍ່ຄັ້ງທີ IX (9)ຂອງອົງຄະນະພັກແຂວງ, ກອງປະຊຸມໃຫຍ່ຂັ້ນຂອງຕົນ ມາຮອດປະຈຸບັນ. ກອງປະຊຸມຍັງໄດ້ວາງທິດທາງແຜນການປະຈຳປີ 2022 ຂອງຕົນ ໂດຍສຸມໃສ່ການຊີ້ນຳ-ນຳພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຮັບປະກັນ ແລະ ໃຫ້ມີຄຸນນະພາບສູງໃນການຈັດຕັ້ງປະຕິບັດແຜນ 5 ປີຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 2021-2025, ທັງໝົດນັ້ນກໍ່ເພື່ອຈັດຕັ້ງຜັນຂະຫຍາຍແນວທາງ, ນະໂຍບາຍຂອງພັກ-ລັດໃນການຄ້ຳປະກັນສິດນຳໃຊ້ທີ່ດິນຂອງປະຊາຊົນ, ການຄຸ້ມຄອງທີ່ດິນຂອງລັດ ແລະ ການແກ້ໄຂປະກົດການທີ່ພົ້ນເດັ່ນກ່ຽວກັບທີ່ດິນ ກໍຄືການນຳໃຊ້ຊັບພະຍາກອນທຳມະຊາດອື່ນໆ ແລະ ປົກປັກຮັກສາສິ່ງແວດລ້ອມ, ສະໜອງຂໍ້ມູນອາກາດ ແລະ ແຈ້ງເຕືອນໄພໃຫ້ເປັນປົກກະຕິ-ທັນສະພາບການ. ຄຽງຄູ່ກກັບວຽກງານວິຊາສະເພາະ ຄະນະພັກຄະນະນຳກໍ່ໄດ້ຮ່ວມກັບ ອ້າຍເອື້ອຍນ້ອງພະນັກງານ-ລັດຖະກອນ ແລະ ພາກສ່ວນທີ່ກ່ຽວຂ້ອງການປັບປຸງກົງຈັກຂັ້ນຂະແໜງການພາຍໃນພະແນກ ແລະ ຂັ້ນໜ່ວຍງານຂອງ ຫຊສ 07 ເມືອງ ແລະ ນໍາພາການຂຽນກຳນົດຕຳແໜ່ງງານຂົງເຂດວຽກຊັບພະຍາກອນທຳມະຊາດ-ສິ່ງແວດລ້ອມ ຕາມທິດຫັນປ່ຽນໃໝ່ ຂອງກະຊວງ ກໍ່ຄືຂອງລັດຖະບານ ເພື່ອປັບປຸງການຈັດຕັ້ງໃຫ້ກະທັດຮັດມີປະສິດທິພາບສູງ; ຍົກສູງຄວາມຮັບຜິດຊອບໃນການນໍາພາຄະນະພັກ,ສະມະຊິກພັກພາຍໃນໜ່ວຍ ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃຫ້ຖືກຕ້ອງຕາມຫຼັກການແລະກົດລະບຽບຂອງພັກວາງອອກ. ໃນວາລະກອງປະຊຸມຍັງໄດ້ຜ່ານແຜນສູ້ຊົນນໍາພາສ້າງທຸກເງື່ອນໄຂກໍ່ສ້າງໃຫ້ໜ່ວຍພັກ ພຊສ ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນປີ 2022 ກໍ່ຄືໃນຕໍ່ໜ້າ ໃຫ້ບັນລຸຕາມຄາດໝາຍແລະປະກົດຜົນເປັນຈິງ.
ກອງປະຊຸມໄດ້ຮຽກຮ້ອງມາຍັງສະມາຊິກພັກ ຕະຫຼອດຮອດພະນັກງານລັດຖະກອນທຸກສະຫາຍ ເພື່ອພ້ອມກັນອອກແຮງຄົ້ນຄວ້າເຊື່ອມຊຶມທິດທາງໜ້າທີ່, ວຽກງານຈຸດສຸມ ແລະ ຄາດໝາຍສູ້ຊົນຂອງແຜນການທີ່ກອງປະ ຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກໄດ້ວາງອອກ, ແຜນຄາດໝາຍສູ້ຊົນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນໃນປີ 2022 ຢ່າງຕັ້ງໜ້າ ແລະ ບຸກທະລຸ; ພ້ອມກັນເຊີດຊູຄວາມຮັບຜິດຊອບ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ,​ ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ຍົກສູງຄວາມຮູ້ຄວາມສາມາດໃນທຸກໆດ້ານໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງເພື່ອປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດຜົນ ສົມກັບຄວາມໄວ້ວາງໃຈຂອງພັກ ແລະ ປະຊາຊົນ ແລະສົມຄູ່ກັບຄວາມຮຽກຮ້ອງຕ້ອງການແລະອຸດົມການຂອງພັກໃນໄລຍະໃໝ່.