ໃນວັນທີ່ 11 ພຶດສະພາ 2022 ທີ່ຜ່ານມາພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊໄດ້ເປີດກອງປະຊຸມພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສະໄຫມສຳຮອງ ຈຳນວນ 5 ສະຫາຍ

ໃນຕອນເຊົ້າຂອງວັນທີ 1 ເມສາ 2022 ທີ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ພ້ອມທັງ ມອບໃບຍ້ອງຍໍຜົນງານຂອງທ່ານເຈົ້າແຂວງໆອຸດົມໄຊ ແລະຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ແກ່ພະນັກງານ-ລັດຖະກອນທີ່ມີຜົນງານປະຈຳປີ 2021. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ນາງຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊີ່ງພີທີດັ່ງກ່າວມີສະມາຊິກພັກ ແລະພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ ຈຳນວນ 37 ສະຫາຍ, ຍິງ 12 ສະຫາຍ.

 


  

 
 
 
 
 
    
 
    ວັນທີ 29 ມີນານີ້ ທ່ານນາງ ບຸນຄຳ ວໍລະຈິດ ກຳມະການສູນກາງພັກ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ລົງມາເຄື່ອນໄຫວເຮັດວຽກຢູ່ແຂວງອຸດົມໄຊ ໂດຍມີທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ແລະ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ພ້ອມດ້ວຍຄະນະໄດ້ຕິດຕາມເຄື່ອນໄຫວ ໂດຍມີຈຸດປະສົງເພື່ອຊຸກຍູ້-ຊີ້ນຳວຽກງານການອອກໃບຕາດິນ, ການຈັດສັນທີ່ດິນຕາມແລວທາງລົດໄຟລາວ-ຈີນ, ການຄຸ້ມຄອງສິ່ງແວດລ້ອມສຳລັບໂຄງການການພັດທະນາແຮ່ທາດໄລຍະທົດລອງ ແລະ ຊຸກຍູ້-ຊີ້ນຳການປັບປຸງການຈັດຕັ້ງ ແລະ ສ້າງຄວາມເຂັ້ມແຂງຕາມທິດສາມສ້າງ.

 

ໃນວັນທີ 28 ມີນາ 2022 ຄະນະນຳ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຊິ່ງນໍາໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ, ກຳມະການສູນກາງພັກ, ລັດຖະມົນຕີ ກຊສ ພ້ອມດ້ວຍຄະນະໄດ້ລົງຕິດຕາມ ແລະ ຊຸກຍູ້ວຽກງານຂຶ້ນທະບຽນທີ່ດິນຢູ່ເມືອງ ຮຸນ ແຂວງ ອຸດົມໄຊ.

  
   ໃນຕອນເຊົ້າຂອງວັນ​ທີ 09 ມີນາ 2022. ຢູ່ທີ່ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງແບງ ໄດ້ເປີດກອງປະຊຸມ ຊຸກຍູ້ວຽກງານ ແລະ ເຜີຍແຜ່ ນິຕິກຳ ວຽກງານກວດກາຮອບດ້ານ ຂອງຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍໃຫ້ກຽດເປັນປະທານ ຂອງທ່ານນາງ ຄຳໝັ້ນ ແກ້ວບຸນຫວນ ກຳມະການພັກແຂວງ, ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຊີ່ງກອງປະຊຸມດັ່ງກ່າວມີຫົວໜ້າ, ຮອງຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງແບງ, ມີຫົວໜ້າຂະແໜງ, ຮອງຂະແໜງທີ່ກ່ຽວຂ້ອງພ້ອມດ້ວຍວິຊາການທີ່ມາຈາກພະແນກຊັບພະຍາກອນທຳມະຊາດແລະ ສິ່ງແວດລ້ອມແຂວງ ແລະ ພະນັກງານຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງແບງ ເຂົ້າຮ່ວມທັງໝົດ 22 ທ່ານ; ຍິງ 8 ທ່ານ.