ໃນວັນທີ 22/05/2020 ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ໄດ້ຈັດພິທີມອບຮັບວຽກລະຫວ່າງຮັກສາການຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ກັບ ຫົວໜ້າຂະແໜງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດທີ່ໄດ້ສຳເລັດການຄົ້ນຄ້ວາສຶກສາຮໍ່າຮຽນລະດັບ ປທ ຢູ່ປະເທດ ສສ ຫວຽດນາມ ໄດ້ກັບມາປະຈຳການປົກກະຕິ. ຊຶ່ງໃຫ້ກຽດເປັນປະທານຂອງທ່ານ ບຸນທັນ ຈຳປາສີມະນີ ຮອງຫົວໜ້າພະແນກ ຊສ ແຂວງອຸດົມໄຊ ແລະ ມີບັນດາທ່ານຫົວໜ້າຂະແໜງ, ວິຊາການທີ່ກຽວຂ້ອງເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 2ທ່ານ.