ກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບ ຜົນການກວດກາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ
ກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບ ຜົນການກວດກາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2019 ທີ່ ຫ້ອງປະຊຸມ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນຳຄະນະສະເພາະກິດເພື່ອດຳເນີນການກວດກາ 438 ໂຄງການ ແລະ ການເຂົ້າຮ່ວມຂອງ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຄະນະສະເພາະກິດ, ບັນດາທ່ານຮອງລັດຖະມົນຕີ ທີ່ຢູ່ໃນຄະນະສະເພາະກິດ, ບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກກ່ຽວຂ້ອງ ຈາກສູນກາງ, ແຂວງ ແລະ ນະຄອນຫຼວງວຽງຈັນ ໃນທົ່ວປະເທດ ທັງໝົດ 120 ທ່ານ.
Page 8 of 8