ກຳມະບານຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ ໄດ້ຈັດພິທີສະຫຼຸບຂໍ້ແຂ່ງຂັນ 5 ເປັນເຈົ້າຄັ້ງທີ II ປະຈຳປີ 2018 ແລະ ພ້ອມທັງວາງທິດທາງແຜນການຂໍ້ແຂ່ງຂັນ 5 ເປັນເຈົ້າປະຈຳປີ 2019

   ໃນລະຫວາງວັນທີ 8- 24 ທັນວາ 2019 ນີ້ກົມທີ່ດິນ( ກຊສ ) ໄດ້ມາກໍ່ສ້າງ ແລະ ຕິດຕັ້ງລະບົບສະຖານີອ້າງອີງການສຳຫຼວດ-ວັດແທກແບບຕໍ່ເນື່ອງ CORS ຈຸດທີ 19 ຢູ່ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊໄດ້ສຳເລັດ ແລະ ໄດ້ມອບໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊເປັນຜູ້ຄຸ້ມຄອງນຳໃຊ້.

       

     ກອງປະຊຸມປຶກສາຫາລືກ່ຽວກັບແຜນດຳເນີນງານສົ່ງເສີມຄຸນນະພາບສິ່ງແວດລ້ອມ 8 ແຂວງພາກເໜືອ. ໄດ້ຈັດຂື້ນໃນວັນທີ 21 ພະຈິກ 2019 ທີ່ຫ້ອງປະຊຸມໂຮງແຮມໄຊຊະນະ ແຂວງອຸດົມໄຊ. ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ສິງສະຫວັນ ສິງກາວົງໄຊ ຮອງຫົວໜ້າກົມສົ່ງເສີມຄຸນນະພາບສິ່ງແວດລ້ອມ ແລະ ທ່ານ ບຸນທັນ ຈຳປາສີມະນີ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ, ມີບັນດາທ່ານຮອງຫົວໜ້າພະແນກ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 8 ແຂວງເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 8 ທ່ານ.

    ກອງປະຊຸມສະຫຼຸບຖອດຖອນບົດຮຽນ ກ່ຽວກັບ ຜົນການກວດກາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2019 ທີ່ ຫ້ອງປະຊຸມ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນຳຄະນະສະເພາະກິດເພື່ອດຳເນີນການກວດກາ 438 ໂຄງການ ແລະ ການເຂົ້າຮ່ວມຂອງ ທ່ານ ສົມມາດ ພົລເສນາ, ລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫົວໜ້າຄະນະສະເພາະກິດ, ບັນດາທ່ານຮອງລັດຖະມົນຕີ ທີ່ຢູ່ໃນຄະນະສະເພາະກິດ, ບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກກ່ຽວຂ້ອງ ຈາກສູນກາງ, ແຂວງ ແລະ ນະຄອນຫຼວງວຽງຈັນ ໃນທົ່ວປະເທດ ທັງໝົດ 120 ທ່ານ.

Subcategories